ລັດເຊຍຮັບຮອງປະເທດ ສາທາລະນະລັດ Crimea


ລັດເຊຍຮັບຮອງປະເທດ ສາທາລະນະລັດ Crimea - ảnh 1

ປະທານາທິບໍດີ​ລັດ​ເຊຍ V.Putin

(ພາບ: AFP)

 (vovworld)- ວັນທີ 17/3, ສະພາ​ແຫ່ງ​ຊາດ Crimea ​ໄດ້​ຈັດ​ວາລະ​ປະຊຸມ​ວິສາມັນ ​ເພື່ອ​ປ່ອນ​ບັດ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ປະ​ເທດ​ນີ້​ແຍກ​ອອກ​ຈາກ​ຢູ​ແກຼນ ​ແລະ ຍື່ນ​ໃບ​ຮ້ອງ​ຂໍ​​​ໂອນເຂົ້າສະຫະພັນ​ລັດ​ເຊຍ, ພ້ອມ​ທັງ​ຮຽກຮ້ອງ ສປຊ ​ແລະ ປະ​ເທດ​ຕ່າງໆ​ໃນ​ໂລກ ​ຮັບ​ຮອງ ​ Crimea ແມ່ນປະ​ເທດ​ເອກະລາດ. ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ເຊັນ​ລັດຖະດຳລັດ “​ຮັບ​ຮອງ​ປະ​ເທ​ດສາທາລະນະ​ລັດ Crimea“ ດ້ວຍ​ເນື້ອ​ໃນ “ອິງຕາມ​ຄວາມ​ມຸ່ງ​ຫວັງ​ຂອງ ປຊຊ ​ Crimea ​ໃນການ​ເອົາປະຊາ​ມະຕິ​ທົ່ວ Crimea ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 16/3/2014, ຮັບ​ຮອງ​ສາທາລະນະ​ລັດ Crimea, ​ໃນ​ນັ້ນ, ນະຄອນ Sevastopol ມີ​ຂໍ້​ກຳນົດ​ພິ​ເສດ, ​ແມ່ນ​ປະ​ເທດ​ເອກະລາດ ​ແລະ ມີ​ປະຊາທິປະ​ໄຕ“. ລັດຖະດຳລັດ​ສະບັບ​ດັ່ງກ່າວ​​ເລິ່ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ລົງ​ລາຍເຊັນ​ເປັນຕົ້ນ​ໄປ.

   ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ປະກາດ​ລັດຖະດຳລັດ​ລົງ​ໂທດ​ສະຫະພັນລັດ​ເຊ​ຍ ພາຍຫຼັງ​ການ​ເອົາ​ປະຊາ​ມະຕິ​ຢູ່ Crimea ຊື່​ງຝ່າຍ​ຕາ​ເວັນ​ຕົກ​ຖື​ວ່າ​ຜິດ​ກົດໝາຍ. ບັນດາ​ມາດ​ຕະການ​ລົງ​ໂທດ​ເບື້ອງ​ຕົ້ນລວມ ມີ: ການ​ປິດ​ລ້ອມ​ຊັບ​ສົມບັດ ​ແລະ ຫ້າມ​ເຂົ້າອາ​ເມ​ລິ​ກາ ສຳລັບ​ເຈົ້າໜ້າ​ທີ່​ລັດ​ເຊຍ ​ແລະ ຢູ​ແກຼນ 11 ທ່ານ, ​ໃນ​ນັ້ນມີ​ທ່ານ​ປະທານາທິບໍດີ​ຢູ​ແກຼນ ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Viktor Yanukovych, ຮອງ​ນາຍົກລັດຖະມົນ​ຕີ​ລັດ​ເຊຍ ທ່ານ​ໜຶ່ງ ​ແລະ ທີ່​ປຶກສາ​ຂອງປະທານາທິບໍດີ​ລັດ​ເຊຍ V.Putin ຈຳນວນ​ໜຶ່ງ. ບັນດາ​ມາດ​ຕະການ​ລົງ​ໂທດ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ມີ​ໝາກຜົນ​ການ​ເອົາ​ປະຊາ​ມະຕິ​ຢູ່ ​ Crimea ໃຫ້​ເຫັນ​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ 96,77% ສະໜັບສະໜູນ​ເລື່​ອງ​ແຍກ Crimea ອອກ​ຈາກ ຢູ​ແກຼນ ​ເພື່ອ​ໂອນ​ເຂົ້າລັດ​ເຊຍ./.

ຂ່າວ/ບົດ​ອື່ນ