ລັດເຊຍຮັບຮອງເອົາຮ່າງກົດໝາຍໂຕະຕອບ “ກົດໝາຍ Magnitsky” ຂອງອາເມລິກາ

ລັດເຊຍຮັບຮອງເອົາຮ່າງກົດໝາຍໂຕະຕອບ “ກົດໝາຍ Magnitsky” ຂອງອາເມລິກາ - ảnh 1
​ການ​ໂຕະ​ຕອບ​ຂອງ​ລັດ​ເຊຍ ທີ່​ມີ​ຕໍ່​ “ກົດໝາຍ Magnitsky”
(ພາບ: AP)

(vovworld) -     ວັນ​ທີ 21/12, Duma ​ແຫ່ງ​ຊາດ (ສະພາ​ຕໍ່າ) ລັດ​ເຊຍ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍກ່ຽວ​ກັບ “​ບັນດາ​ມາດ​ຕະການ​ລົງ​ໂທດ​ຜູ້​ທີ່​ກ່ຽວຂ້ອງ​ເຖິງ​ການລະ​ເມີດ​ສິດ​ເປັນ​ພື້ນຖານ ​ແລະ ສິດ​ເສລີ​ຂອງ​ມະນຸດ, ສິດ ​ແລະ ຄວາມ​ເສລີ​ຂອງ​ພົນລະ​ເມືອງ​ລັດ​ເຊຍ” ​ນີ້. ນີ້​ແມ່ນ​ມາດ​ຕະການ​ໂຕະ​ຕອບ​ຂອງ​ລັດ​ເຊຍ ທີ່​ມີ​ຕໍ່​ “ກົດໝາຍ Magnitsky” ​ເຊິ່ງທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​​ໄດ້ລົງ​ນາມ​ປະກາດ​ໃນ​ວັນ​ທີ 14/12 ທີ່​ຜ່ານ​ມາ.  ຮ່າງ​ກົດໝາຍ​ຂອງ​ລັດ​ເຊຍ ກຳນົດ​ບັນດາຂໍ້​ຈຳກັດ​ກ່ຽວ​ກັບວີ​ຊາ ​ແລະ ການ​ເງິນ​ທີ່​ມີ​ຕໍ່​​ຜູ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ຫ້າມ​ພົນລະ​ເມືອງ​ລັດ​ເຊຍ ​ເຂົ້າ​​ເມືອງ ​ແລະ ຮີບ​ເອົາຊັບ​ສົມບັດ​ຂອງ​ເຂົ້າ​ເຈົ້າ​ດ້ວຍ​ເຫດ​ລະ​ເມີດ​ສິດທິ​ມະນຸດ. Duma ກໍ່​ຮັບຮອງ​ເອົາ​ຄຳ​ສັ່ງ​ຫ້າມບັນດາ​ພົນລະ​ເມືອງ​ຂອງອາ​ເມ​ລິ​ກາ ຮັບລູກ​ລ້ຽງ​ຄົນ​ລັດ​ເຊຍ ​ແລະ ສະ​ໜັບ​ສະ​ໜູນ​ເລື່ອງ​ຍົກ​ເລີກ​ຂໍ້​ຕົກລົງລະຫວ່າງ​ລັດ​ເຊຍ ​ແລະ ​ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ນີ້. ບັນດາ​ມາດ​ຕະການ​ໂຕະ​ຕອບ​ຍັງ​ຫ້າມຊົ່ວ​ຄາວການ​ເຄື່ອນ​ໄຫວ​ຕ່າງໆຂອງ​ອົງການ​ປອດ​ການ​ຄ້າ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຢູ່​ລັດ​ເຊຍ ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ