ລັດເຊຍຮຽກຮ້ອງປະຕິບັດຂໍ້ຕົກລົງMinskຢ່າງຄົບຖ້ວນ

ລັດເຊຍຮຽກຮ້ອງປະຕິບັດຂໍ້ຕົກລົງMinskຢ່າງຄົບຖ້ວນ - ảnh 1
ທ່ານ​ປະທານາທິບໍ​ດີ​ລັດ​ເຊຍ Vladimir Putin
(ພາບ: AFP/TTXVN)


​(vovworld) - ວັນ​ທີ 10/06, ທ່ານ​ປະທານາທິບໍ​ດີ​ລັດ​ເຊຍ Vladimir Putin ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່ຢູແກຼນ ຕາ​ເວັນ​ອອກ ປະຕິບັດ​ຂໍ້​ຕົກລົງຢຸດ​ຍິງ Minsk ຢ່າງ​ຄົບ​ຖ້ວນ (​​ເຊິ່ງມີ​ຜົນ​ສັກສິດ​ນັບ​ແຕ່​ກາງ​ເດືອ​ນ 02 ຜ່ານ​ມາ). ການ​ນຳ​ລັດ​ເຊຍ ພວມ​ຢ້ຽມຢາມ​ອີ​ຕາ​ລີ ​ເນັ້ນ​ໜັກ​ວ່າ ​ການ​ປະຕິບັດ​ຂໍ້​ຕົກລົງ Minsk ມີ​ຄວາມ​ໝາຍ​ເປັນຕາ​ຍ ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ຢູ່ ຢູແກຼນ ຕາ​ເວັນ​ອອກ. ທ່ານ Putin ຍົກ​ຄຳ​ຮຽກ​ຮອງ​ດັ່ງກ່າວອອກ​ມາ ພາຍຫຼັງ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ການ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ​ເທື່ອ, ມົດສກູ ຖື​ວ່າ, Kiev ບໍ່​ປະຕິບັດ​ບັນ​ດາ​ພັນທະ​ຂອງ​ເຂົ້າ​ເຈົ້າ​ຕາມ​ຂໍ້​ຕົກ​ລົງ​ດັ່ງກ່າວ​ຢ່າງ​ຄົບ​ຖ້ວນ. ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Griory Karasin ຖະ​ແຫຼ​ງວ່າ, ມົດສກູ ​ເສຍ​ຫວັງຕໍ່​ການ​ເຈລະຈາ Minsk ຕ່າງໆ, ທີ່​​ບໍ່ບັນລຸ​ໄດ້ໝາກຜົນ​​ເທົ່າ​ທີ່​ຄວນ​ໃດ.

ຂ່າວ/ບົດ​ອື່ນ