ລັດເຊຍຮຽກຮ້ອງໃຫ້OSCEກ່າວປະນາມການກະທຳທີ່ມີລັກສະນະ“ລັດທິຟາດຊິດແບບໃໝ່”ຢູ່ຢູແກຼນ

ລັດເຊຍຮຽກຮ້ອງໃຫ້OSCEກ່າວປະນາມການກະທຳທີ່ມີລັກສະນະ“ລັດທິຟາດຊິດແບບໃໝ່”ຢູ່ຢູແກຼນ - ảnh 1
ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: EPA)

(vovworld) – ວັນ​ທີ 26/2, ລັດ​ເຊຍ​ໄດ້​ຮຽກຮ້ອງ​ໃຫ້​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື ​ເອີ​ລົບ (OSCE) ກ່າວ​ປະນາມ​ດ້ວຍ​ວິທີ​ຂ້ຽວຂາດ​ທີ່​ສຸດ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ລັກສະນະ​ຂອງ​ລັດທິ​ຫົວ​ຮຸນ​ແຮງ ​ແລະ ລັດທິ​ຟາດ​ຊິດ​​ແບບໃໝ່​ຢູ່​ທາງ​ທິດຕາ​ເວັນ​ຕົກ ຢູ​ແກຼນ.

    ຝ່າຍ​ລັດ​ເຊຍ ​ເນັ້ນ​ໜັກ​ສະພາບ​ການ​ຢູ່ ຢູ​ແກຼນ ຕ້ອງ​ມີສະຖຽນ​ລະ​ພາບ​ຕາມ​​ກົດໝາຍ ​ແລະ ສິ່ງສຳຄັນ​ກ່ວາ​ນັ້ນແມ່ນ​ປະຊາ​ຄົມ​ໂລກ​ຄວນ​ຕີ​ລາຄາ​ພາວະ​ວິ​ໄສ. ລັດ​ເຊຍ ​ໄດ້​ຊີ້​ແຈ້ງວ່າ: ທຸກຮູບການ​ໜູ​ນຊ່ວຍ, ນັບ​ທັງ​ຈາກ​ຝ່າຍ OSCE, ລ້ວນ​ແຕ່​ຕ້ອງ​​ອີ​ງ​ໃສ່​ຂໍ້​ສະ​ເໜີ​ຂອງ​ອຳນາດ​ການ​ປົກຄອງ​ທີ່ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ​ຂອງ ຢູ​ແກຼນ ​ແລະ ຕ້ອງ​ເຄົາລົບ​ນັບຖື​ອະທິປະ​ໄຕ​ຂອງ​ປະ​ເທດ​ນີ້. ຝ່າຍ​ລັດ​ເຊຍ ກໍ່​​ໃສ່​ໃຈ​ຜູ້ຕາງໜ້າ OSCE ກ່ຽວ​ກັບ​ບັນດາປະກົດ​ການຂອງ​ລັດທິ​ຫົວ​ຮຸນ​ແຮງ ​ແລະ ລັດທິ​ຟາດ​ຊິດ​ແບບ​ໃໝ່ ທີ່​ພວມ​ມີ​ສັນຍາ​ນ​ເພີ່ມ​ຂຶ້ນ​ຢູ່​ທິດຕາ​ເວັນ​ຕົກ ຢູ​ແກຼນ, ​ໃນ​ນັ້ນ​ທັງ​ມີ​ຈຸດປະສົງ​ຊອກ​ຫາ​ວິທີ​ຈຳ​ກັດ​ສິດຜົນປະ​ໂຫຍ​ດ ​ແລະ ​ເຮັດ​​ໃຫ້ປະຊາ​ຄົມ​ບັນ​ດາ​ຜູ້​ເວົ້າ​ພາສາ​ ລັດ​ເຊຍ ຢູ່​ປະ​ເທດ​ນີ້​ຕົກ​ຢູ່​​ໂດດ​ດຽວ.

 



ຂ່າວ/ບົດ​ອື່ນ