ລັດເຊຍຮຽກຮ້ອງໃຫ້ດຳເນີນການໂອ້ລົມສົນທະນາລະຫວ່າງທຸກຝ່າຍຢູ່ຢູແກຼນ

ລັດເຊຍຮຽກຮ້ອງໃຫ້ດຳເນີນການໂອ້ລົມສົນທະນາລະຫວ່າງທຸກຝ່າຍຢູ່ຢູແກຼນ - ảnh 1
ການເດີນຂະບວນສະໜັບສະໜູນ ລັດເຊຍ ຢູ່ນະຄອນ Donetsk ວັນທີ 6/4.
(ພາບ: AFP/TTXVN)

(vovworld) – ວັນ​ທີ 7/4, ບັນດາ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ, ​ເຢຍລະ​ມັນ ​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ທາງ​ໂທລະສັບ​​ເພື່ອປຶກສາ​ຫາລື​ມ​າດຕະການ​ໃຫ້​ແກ່​ວິ​ກິດ​ການ​ຢູ່ ຢູ​ແກຼນ. ຕາມ​ກະຊວງ​ການ​ຕ່າງປະ​ເທ​ດ ລັດ​ເຊຍ ​ແລ້ວ, ​ໃນ​ການ​ໂອ້​ລົມ​ສົນທະນາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັ​ດ​ເຊຍ Sergei Lavrov ຢືນຢັນ​ວ່າ: ຕໍ່ໜ້າ​ສະພາບ​ການ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ​ຢູ່​ບັນດາ​ແຂວງ​ທາງ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ, ປະຊາ​ຄົມ​ໂລກ​ຕ້ອງ​ຮີ​ບ​ເຮັ່ງ​ໜູນ​ຊ່ວຍ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ ລະຫວ່າງ​ບັນດາ​ພັກ​ຝ່າຍການ​ເມືອງ ​ແລະ ​​ເຂດ​ພາກ​ຢູ່​ພາຍ​ໃນ​ປະ​ເທດ ​ເອີ​ລົບ ຕາ​ເວັນ​ອອກ ນີ້, ບົນ​ພື້ນຖານ​ເຄົາລົບ​ນັບຖື​ສິດ ​ແລະ ຜົນ​ປະ​ໂຫຍ​ດ​ຢ່າງ​ຖືກຕ້ອງຂອງ​ບັນດາ​ຝ່າຍ. ມົດ​ສະ​ກູ​ຖື​ວ່າ: ການ​ໂອ້​ລົມ​ສົນທະນາ​ຄັ້ງ​ນີ້ ຄວນ​ໄດ້​ດຳ​ເນີນ​ພາຍ​ໃຕ້​ຮູບ​ແບບ​ເປີດ ​ແລະ ສຸມ​ໃສ່​ປຶກສາ​ຫາລື​ບັນຫາ​ປັບປຸງ​ລັດຖະທຳ​ມະນູນ, ​ໃນ​ນັ້ນ​ມີ​ການ​ນຳ​ໃຊ້​ກົນ​ໄກ​ສະຫະພັນ ຢູ​ແກຼນ. ທັງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ລ້ວ​ນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ມານະ​ພະຍາຍາມ​ສົມທົບ​ກັນ​ເພື່ອ​ແນ​ໃສ່​ຊຸກຍູ້​ວິວັດທະນາ​ການ​ໂອ້​ລົມ​ສົນທະນາ​ນີ້​ເພື່ອ​ໃຫ້​ຊາວ ຢູ​ແກຼນ ​ຕັດສິນຊາຕາກຳ​ຂອງ​ປະ​ເທດ​ຕົນ​ເອງ. ສ່ວນ​ຝ່າຍ​ເຢຍລະ​ມັນ, ລັດຖະມົນຕີ​ການ​ຕ່າງປະ​ເທດ Frank – Walter Steinmeier ສະ​ແດງ​ຄວາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ.

 


ຂ່າວ/ບົດ​ອື່ນ