ລັດເຊຍຮຽກຮ້ອງໃຫ້ອາເມລິກາ ຕໍ່ກຳນົດເວລາສົນທິສັນຍາ New START

(VOVWORLD) -ຮອດວັນທີ 05 ກຸມພາ 2021, 2 ຝ່າຍຕ້ອງລົງລາຍເຊັນຕໍ່ກຳນົດເວລາໃຫ້ແກ່ສົນທິສັນຍາດັ່ງກ່າວ.

ລັດເຊຍຮຽກຮ້ອງໃຫ້ອາເມລິກາ ຕໍ່ກຳນົດເວລາສົນທິສັນຍາ New START - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ກ່າວຄຳເຫັນທີ່ກອງປະຊຸມຂ່າວປະຈຳປີ 2020

(ພາບ: AFP/TTXVN)

ໃນກອງປະຊຸມຂ່າວປະຈຳປີ 2020 ທີ່ດຳເນີນໃນວັນທີ 17 ທັນວາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຮຽກຮ້ອງໃຫ້ອາເມລິກາ ຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ເຊິ່ງຕາມແຜນການຈະໝົດກຳນົດເວລາໃນເດືອນ ກຸມພາ 2021.

        ການນຳລັດເຊຍ ແລະ ອາເມລິກາ ໄດ້ລົງນາມໃນສົນທິສັນຍາ New START ເມື່ອປີ 2010 ແລະ ມີຜົນສັກສິດເມື່ອວັນທີ 05 ກຸມພາ 2011. ບັນດາມາດຕາໃນສົນທິສັນຍານີ້ໄດ້ກຳນົດວ່າ ແຕ່ລະຝ່າຍຕ້ອງຫຼຸດຜ່ອນສາງອາວຸດນິວເຄຼຍຂອງຕົນພາຍຫຼັງໄລຍະ 7 ປີທີ່ລົງນາມ ແລະ ຕໍ່ຈາກນັ້ນແມ່ນຍອດຈຳນວນອາວຸດຄື: ລູກສອນໄຟນຳວິຖີຂ້າມທະວີບ, ລູກສອນໄຟນຳວິຖີຢູ່ກ່ຳປັ່ນດຳນ້ຳ ແລະ ເຮືອບິນຖິ້ມລະເບີດໜັກ… ບໍ່ກາຍ 700 ລູກ. ວັນທີ 05 ກຸມພາ 2018 ແມ່ນຈຸດເວລາສຸດທ້າຍເພື່ອໃຫ້ລັດເຊຍ ແລະ ອາເມລິກາ ບັນລຸໄດ້ບັນດາຄາດໝາຍກຳນົດໃນສົນທິສັນຍາ New START ແລະ ຫຼັງຈາກນັ້ນ ຮອດວັນທີ 05 ກຸມພາ 2021, 2 ຝ່າຍຕ້ອງລົງລາຍເຊັນຕໍ່ກຳນົດເວລາໃຫ້ແກ່ສົນທິສັນຍາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ