ລັດເຊຍ:ເຂດການຄ້າເສລີລະຫວ່າງອາຊຽນແລະEAEUຈະໄດ້ຮັບການສ້າງຕັ້ງຂຶ້ນພາຍຫຼັງ3ປີອີກ

ລັດເຊຍ:ເຂດການຄ້າເສລີລະຫວ່າງອາຊຽນແລະEAEUຈະໄດ້ຮັບການສ້າງຕັ້ງຂຶ້ນພາຍຫຼັງ3ປີອີກ - ảnh 1
ທ່ານ Aleksey Uliukaiev
(ພາບ: paginadebanci.ro)

(vovworld) – ​​ເຂດ​ການ​ຄ້າ​ເສລີ (FTA) ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກສະຫະພັນ ​ເສດຖະກິດ ອາຊີ - ​ເອີ​ລົບ (EAEU) ​ແລະ ສະມາຄົມ​ປະຊາ​ຊາດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ພາຍຫຼັງ 3 ປີອີກ. ນີ້​ແມ່ນ​ຄຳກ່າວ​ປາ​ໄສ​ຂອງ​ທ່ານ Aleksey Uliukaiev, ລັດຖະມົນຕີ​ກະຊວງ​ພັດທະນາເສ​ດຖະກິດ ລັດ​ເຊຍ ​ໃນ​ວັນ​ທີ 5/8 ພາຍຫຼັງ​ສິ້ນ​ສຸດ​ການ​ພົບ​ປະລະ​ຫວ່າງ​ລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ການ​ຄ້າ ລັດ​ເຊຍ ກັບ​ບັນດາ​ປະ​ເທດ ອາ​ຊຽນ ຢູ່​ນະຄອນຫຼວງ ວຽງ​ຈັນ (ລາວ). ຖະ​ແຫຼ​ງການສ້າງ​ຕັ້ງ FTA ລະຫວ່າງ ອາ​ຊຽນ ​ແລະ EUEA ​ທີ່​ໄດ້​ຍົກ​ອອກ​ມາທີ່​ກອງ​ປະຊຸມ​ສຸດ​ຍອດ ລັດ​ເຊຍ - ອາ​ຊຽນ ຢູ່ Sochi (ປະ​ເທດ ລັດ​ເຊຍ) ​ເມື່ອ​ເດືອນ 5 ຜ່ານ​ມາ, ​ແຕ່ມາ​ຮອດ​ປະຈຸ​ບັນ, ບັນດາ​ລັດຖະມົນຕີ​ກະ​ຊວງ​ການ​ເງິນ ​ແລະ ການ​ຄ້າ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ຈຶ່ງ​ເຫັນ​ດີ​ເປັນ​ເອກະສັນ​ເລີ່​ມ​ເຄື່ອນ​ໄຫວວຽກ​ງານ​ສ້າງ​ຕັ້ງ. ທ່ານ​ລັດຖະມົນຕີ Uliukaiev ​ເນັ້ນ​ໜັກ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ຢູ່ Sochi ຈະ​ປະກອບສ່ວນ​ບົດບາດ​ຫຼັກ​ແຫຼ່ງ​ເພື່ອ​ສ້າງ FTA, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ​ໄລຍະ​ຈະ​ມາ​ເຖິງ​ກຸ່ມ​ຄົ້ນ​ຄ້ວາ EAEU ​ແລະ ອາ​ຊຽນ ຈະ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ “ບັນດາ​ຜູ້ນຳ​ແຖວ​ໜ້າ” ​ເພື່ອ​ຮັບປະກັນ​ປະສິດທິ​ຜົນ​ການ​ເຮັດ​ວຽກ.


ຂ່າວ/ບົດ​ອື່ນ