ລັດເຊຍແລະຕວກກີອອກສຽງກ່ຽວກັບເລື່ອງ ອາເມລິກາ ປາດຖະໜາຢາກສ້າງບັນດາເຂດປອດໄພຢູ່ຊີຣີ

ລັດເຊຍແລະຕວກກີອອກສຽງກ່ຽວກັບເລື່ອງ ອາເມລິກາ ປາດຖະໜາຢາກສ້າງບັນດາເຂດປອດໄພຢູ່ຊີຣີ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin (​ຂວາ) , ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov (ກາງ) ​ໂຄ​ສົກ​ວັງ Kremlin, ​ທ່ານ Dmitry Peskov (​ຊ້າຍ)
(ພາບ: AFP/TTXVN)

(vovworld) - ​​​ວັນ​ທີ 26/1, ທ່ານ Dmitry Peskov, ໂຄ​ສົກ​ຂອງວັງ Kremlin, ໄດ້​ໃຫ້​ຮູ້​ວ່າ: ອ​ຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump, ບໍ່​ປ​ຶກ​ສາ​ຫາ​ລື​ກັບ ລັດ​ເຊຍ ກ່ອນ​ທີ່​​ປະ​ກາດແຜນ​ການ​ສ້າງ​ຕັ້ງ​ເຂດ​ປອດ​ໄພ​ໃຫ້​ແກ່​ຜູ້​ລີ້​ໄພ​ຢູ່ ຊີ​ຣີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Dmitry Peskov ໄດ້​ຊີ້​ແຈ້ງວ​່າ, ນີ້​ແມ່ນ​ຂໍ້​ຕົກ​ລົງ​ເອ​ກະ​ລາດ. ທ່ານ Dmitry Peskov ຖື​ວ່າ: ສິ່ງ​ສຳ​ຄັນ​ແມ່ນ​ແຜນ​ການ​ຂອງ ອາ​ເມ​ລິ​ກາ ບໍ່​ເຮັດ​ໃຫ້​ສະ​ພາບ​ການ​ສຳ​ລັບ​ບັນ​ດາ​ຜູ້​ລີ້​ໄພ​ຢູ່ ຊີ​ຣີ ສັບ​ສົນ​ຂຶ້ນ​ຕ​ື່ມ, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕ້ອງ​ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ທຸກໆ​ຜົນ​ຮ​້າຍ​ຢ້​ອນຫຼັງ.

        ໃນ​ຂະ​ນະ​ນັ້ນ, ເມື່ອ​ປະ​ຕິ​ກິ​ລິ​ຍາ​ກ່ຽວ​ກັບ​ຮ່າງ​​ລັດ​ຖະດຳ​ລັດດັ່ງ​ກ່າວ​ຂອງ ອາ​ເມ​ລິ​ກາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຕວກ​ກີ ທ່ານ Huseyin Muftuoglu, ໃຫ້​ຮູ້​ວ່າ ປະ​ເທດນີ້​ຍັງ​ລໍ​ຖ້າໝາກ​ຜົນ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ຕັ້ງ​ບັນ​ດາ​ເຂດ​ປອດ​ໄພຢູ່​ຊີ​ຣີ​ຂອງ​ທ່ານ Donald Trump ແລະ ເນັ້​ນ​ໜັກ​ວ່າ ແຕ່​ດົນ​ນານ​ມາ​ແລ້ວ ຕວກ​ກີ ຍັງ​ສະ​ໜັບ​ສະ​ໜູນ​ແຜນ​ການ​ຄື​ແນວນັ້ນ.


ຂ່າວ/ບົດ​ອື່ນ