ລັດເຊຍແລະບັນດາປະເທດອາຊຽນຍົກລະດັບການພົວພັນຮ່ວມມືໃນຫຼາຍຂົງເຂດ

ລັດເຊຍແລະບັນດາປະເທດອາຊຽນຍົກລະດັບການພົວພັນຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ ປະທານາທິບໍດີ ອີນໂດເນເຊຍ ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: baodatviet.vn)

(vovworld) –  ຕອນ​ບ່າຍ​ວັນ​ທີ 19/5, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້ຕ້ອນຮັບ​ການ​ນຳ​ບັນດາ​ປະ​ເທດ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ລັດ​ເຊຍ - ອາ​ຊຽນ ຢູ່​ນະຄອນ Sochi. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ປະທານາທິບໍດີ Vladimir Putin ​ເນັ້ນ​ໜັກ​ວ່າ: ລັດ​ເຊຍ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ມີ​ຫຼັກ​ໝັ້ນ​ຄ້າຍຄືກັນກ່ຽວ​ກັບ​ຫຼາຍ​ບັນຫາ​ສະຖານະ​ການການ​ເມືອງ. ທ່ານ​ປະທານາທິບໍດີ Vladimir Putin ​ໃຫ້​ຮູ​້ວ່າ: ຖະ​ແຫຼ​ງການ Sochi, ​ໄດ້​ຮັບຮອງ​ເອົາ​ໃນ​ວັນ​ທີ 20/5 ​ໃນ​ກອງ​ປະຊຸມ​ຂັ້ນ​ສູງ ລັດ​​ເຊຍ - ອາ​ຊຽນ , ຈະ​ຢືນຢັນ​ຄວາມ​ຫວັງ​ຢາ​ກນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ຍຸ​ດທະ​ສາດ​ໃໝ່. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ປຶກສາ​ຫາລື​​ແງ່​ຫວັງ​ພັດທະນາ​ການ​ພົ​ວພັນ​ຄູ່​ຮ່ວມ​ມືດ​້ວຍການ​ເຂົ້າ​ຮ່ວມ​ຂອງ​ສະຫະພັນ​ເສດຖະກິດ ອາຊີ - ​ເອີ​ລົບ, ອາ​ຊຽນ ກໍ່​ຄື​ອົງການ​ຮ່ວມ​ມື ຊຽງ​ໄຮ (SCO).

        ​ແລະ​ກໍ່​ໃນ​ວັນ​ທີ 19/5, ການ​ນຳ ລັດ​ເຊຍ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ບັນດາ​ການ​ນຳ​ ອາ​ຊຽນ.


ຂ່າວ/ບົດ​ອື່ນ