ລັດເຊຍແລະອີຣານມີ“ທັດສະນະເອກະພາບ”ກ່ຽວກັບຊີຣີ

ລັດເຊຍແລະອີຣານມີ“ທັດສະນະເອກະພາບ”ກ່ຽວກັບຊີຣີ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ພົບ​ປະ​
ເຈລະຈາ​ກັບ ​ຜູ້ນຳສູງ​ສຸດ ອີຣານ Ali Khamenei
(ພາບ: AP)


(vovworld) – ​​ ​ໃນ​ວັນ​ທີ 23/11, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ພວມ​ຢູ່​ຢ້ຽມຢາມ Tehran ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຜູ້ນຳສູງ​ສຸດ ອີຣານ Ali Khamenei, ​ໃນ​ນັ້ນ ​ສະ​ແດງໃຫ້​ເຫັນ​ວ່າ ລັດ​ເຊຍ ​ແລະ ອີຣານ ມີ “ທັດສະນະ​​ເປັນເອກະ​ພາບກັນ” ກ່ຽວ​ກັບ ຊີຣີ. ກ່າວ​ຄຳ​ເຫັນ​​ພາຍຫລັງ​ການ​ເຈລະຈາ, ​ໂຄ​ສົມ​ວັງ Kremlin ​ໄດ້ພັນ​ລະ​ນາ​ວ່າ: ການ​ພົບ​ປະ​ດັ່ງກ່າວ “ມີລັກສະນະ​ສ້າງສັນ​ຢ່າງ​ສີ້​ນ​ເຊີງ”, ພ້ອມ​ທັງ ​ໃຫ້​ຮູ້​ວ່າ: 2 ປະ​ເທດ​ຄັດຄ້ານ​ບັນດາ​ກົມ​ອຸບາຍ​ຈາກພາຍ​ນອກ ​​ແນ​ໃສ່​ສ້າງ​ບັນດາ​ແຜນການ​ແກ້​ໄຂ​ບັນຫາ​ດ້ານ​ການ​​ເມືອງ​ຢູ່ ຊີ​ຣີ. 2 ຝ່າຍ​ກໍ​ຖື​ວ່າ: ​ໃນ​ບໍ່​ວ່າການ​ປ່ຽນ​ແປງ​ໃດໆ ​ໃນ​ກົງ​ຈັກ​ການ​ນຳ​ຂອງ ຊີຣີ ກໍ່ຕ້ອງ​ໄດ້​ຮັບ​ການດຳ​ເນີນ​ໂດຍ​ຜ່ານ​ບັນດາ​ການ​ເລືອກ​ຕັ້ງ.

        ທ່ານ​ປະທານາທິບໍດີ Putin ພວມ​ຢ້ຽມຢາມ ອີຣານ ​ເປັນຄັ້ງ​ທຳ​ອິດ​ໃນຮອບ​ເວລາ 8 ປີຜ່ານມາ. ທ່ານ​ປະທານາທິບໍດີ Putin ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ບັນດາ​ປະ​ເທດ​ສົ່ງ​ອອກ​ອາຍ​ແກັສ (GECF), ພົບ​ປະ​ກັບ​ປະທານາທິບໍດີ Hassan Rouhani.

 


ຂ່າວ/ບົດ​ອື່ນ