ລັດເຊຍແລະອາເມລິກາວາງຈຸດສຸມປຶກສາຫາລືກ່ຽວກັບສະພາບການຊີຣີ

(VOVWORLD)-ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ແລະ ຄູ່ຕຳແໜ່ງອາເມລິກາ Rex Tillerson ໄດ້ມີການເຈລະຈາຢູ່ວໍຊິງຕັນ ໃນວັນທີ 10 ພຶດສະພາ, ໃນນັ້ນຈຸດສຸມແມ່ນວິກິດການຢູ່ຊີຣີ

ລັດເຊຍແລະອາເມລິກາວາງຈຸດສຸມປຶກສາຫາລືກ່ຽວກັບສະພາບການຊີຣີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ແລະ ຄູ່ຕຳແໜ່ງອາເມລິກາ

(ພາບປະກອບ: AFP)

ບັນດາບັນຫາສາກົນ ກໍຄືການພົວພັນ 2 ຝ່າຍທີ່ຮີບດ່ວນອື່ນໆ. ເພື່ອກະກຽມໃຫ້ແກ່ການພົບປະຂັ້ນລັດຖະມົນຕີການຕ່າງປະເທດນີ້, ວັນທີ 08 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergey Ryabkov ໄດ້ມີການປຶກສາຫາລືກັບຜູ້ຮັກສາການຮອງລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານ Thomas Shannon ຢູ່ນິວຢອກ, ປະເທດອາເມລິກາ. ເມື່ອເຕື້ອງເຖິງແງ່ຫວັງຫັນການພົວພັນ 2 ຝ່າຍເປັນປົກກະຕິ, ທ່ານ Sergey Ryabkov ຖືວ່າ, 2 ປະເທດຄວນແກ້ໄຂບັນດາປັດໃຈທີ່ເກີດຂຶ້ນຢ່າງຮອບດ້ານ ພາຍໃຕ້ອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີອາເມລິກາ Barack Obama, ກ່ຽວຂ້ອງເຖິງເລື່ອງໃນທ້າຍປີ 2016, ອາເມລິກາ ໄດ້ອອກຄ່ຳສັ່ງອາຍັດຕຶກສຳນັກງານອົງການການທູດລັດເຊຍ ປະຈຳອາເມລິກາ, ເຊິ່ງເຄີຍແມ່ນຊັບສົມບັດແຫ່ງຊາດຂອງລັດເຊຍ ແລະ ມີຂໍ້ກຳນົດຫ້າມລ່ວງລ້ຳ ແລະ ຕົກລົງເນລະເທດນັກການທູດລັດເຊຍ 35 ຄົນ…

ຕອບກັບ

ຂ່າວ/ບົດ​ອື່ນ