ລັດເຊຍແລະອາເມລິກາສືບຕໍ່ປຶກສາຫາລືບັນຫາຫຼີກລ່ຽງການປະທະກັນໃນເຂດນ່ານຟ້າຊີຣີ

ລັດເຊຍແລະອາເມລິກາສືບຕໍ່ປຶກສາຫາລືບັນຫາຫຼີກລ່ຽງການປະທະກັນໃນເຂດນ່ານຟ້າຊີຣີ - ảnh 1
ພາບປະກອບ

(vovworld) – ທຳນຽບ 5 ​ແຈ​ໃຫ້​ຮູ້​ວ່າ: ບັນດ​າ​ເຈົ້າ​ໜ້າ​ຂັ້ນ​ສູງ​ດ້ານ​ປ້ອງ​ກັນ​ປະ​ເທດ​​ຂອງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໃນ​ວັນ​ທີ 28/1 ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ການ​ບິນທາງ​ທະຫານ​ຢູ່ ຊີຣີ ​ໃນ​ສະພາບ​ການທີ່​ກຳລັງ 2 ປະ​ເທດ​ພວມ​ປະ​ຕິ​ບັດ​ບັນດາ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາກາດ​ສະ​ເພາະ ​​​ແນ​ໃສ່​ບັນດາ​ມື​ປືນ​ຂອງ​ອົງ​ການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່​ປະ​ເທດ​ຕ​າ​ເວັນ​ອອກ​ກາງ​ນີ້. ​ເລຂາ​ດ້ານ​ການ​ຂ່າວ​ຂອງ​ທຳນຽບ 5 ​ແຈ ທ່ານ Peter Cook ​ໃຫ້​ຮູ້​ວ່າ: ການ​ປຶ​ກສາ​ຫາລື​ດຳ​ເນີນ​ໄປ​ໃນ​ຈິດ​ໃຈ​ສ້າງສາ ​ແລະ 2 ຝ່າຍ​​ເຫັນ​ດີ​ເປັນ​​ເອກະສັນ​ສືບ​ຕໍ່​ປຶ​ກສາ​ຫາລື​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານການ​ບິນ​ຕາມ​ກົນ​ໄກ​ເຊິ່ງ 2 ປະ​ເທດ​ໄດ້​ຮັບຮອງ​ເອົາ​ໃນ​ເດືອນ 10/2015. ຕາມ​ນັ້ນ​ແລ້ວ, ລັ​ດ​ເຊຍ ​ແລະ ອາ​ເມ​ລິ​ກາ ສ້າງ​ຕັ້ງ​ບັນດາ​ມາດ​ຕະການ​ການບິນ​ປອດ​ໄພ, ຫລຸ​ດຜ່ອນ​ໄພ​​ເກີດ​ອຸບັດ​ຕິ​ເຫດ​ລະຫວ່າງ​ບັນດາ​ເຮືອບິນຂອງ​ກຳລັງທະຫານ​ປະສົມ ​ແລະ ບັນດາ​​ເຮືອບິນ​ຂອງ​ລັ​ດ​ເຊຍ ​ເຄື່ອນ​ໄຫວ​ໃນ​ເຂດ​ນ່ານຟ້າ ຊີຣີ. ປະຈຸ​ບັນ, ກຳລັງທະຫານ​ປະສົມ​ໂດຍ ອາ​ເມ​ລິ​ກາ​ນຳ​ໜ້າ​ ພວມ​ດຳ​ເນີນ​ບັນດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ແນ​ໃສ່​ບັນດາ​ຈຸດໝາຍ​ຂອງ IS ຢູ່ ຊີຣີ ​ແລະ ອີຣັກ.

 


ຂ່າວ/ບົດ​ອື່ນ