ລັດເຊຍແລະອາເມລິກາໂຕ້ຖຽງກັນກ່ຽວກັບຄຳກ່າວຫາບຸກໂຈມຕີດ້ວຍທາດເຄມີຢູ່ຊີຣີ

(VOVWORLD) - ວັນທີ 05 ກຸມພາ, ອາເມລິກາ ແລະ ລັດເຊຍ ໄດ້ຕຳໜິຕິຕຽນເຊິ່ງກັນ ແລະ ກັນ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນສະພາບທີ່ ວໍຊິງຕັນ ຊອກຫາວິທີເພື່ອຊຸກຍູ້ອົງການນີ້ອອກຖະແຫຼງການຕຳໜິຕິຕຽນບັນດາເຫດບຸກໂຈມຕີ ທີ່ໄດ້ຮັບຖືວ່ານຳໃຊ້ອາຍແກັດ clo ຢູ່ຊີຣີ, ເຊິ່ງເຮັດໃຫ້ຫຼາຍຄົນຖືກຮັບບາດເຈັບໃນ 2 – 3 ມື້ຜ່ານມາ.
ລັດເຊຍແລະອາເມລິກາໂຕ້ຖຽງກັນກ່ຽວກັບຄຳກ່າວຫາບຸກໂຈມຕີດ້ວຍທາດເຄມີຢູ່ຊີຣີ - ảnh 1(ພາບປະກອບ: Indian Express)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດອາເມລິກາ Nikki Haley ຢືນຢັນວ່າ, ໄດ້ມີ “ຫຼັກຖານຢ່າງຈະແຈ້ງຈາກຜູ້ປະສົບເຄາະຮ້າຍຫຼາຍສີບຄົນ” ກ່ຽວກັບບັນດາເຫດບຸກໂຈມຕີດັ່ງກ່າວຢູ່ທິດຕາເວັນອອກ Ghouta ໂດຍຝ່າຍລູກຮື້ຂຶ້ນຄວບຄຸມ. ຕາມຮ່າງຖະແຫຼງການໂດຍອາເມລິກາ ຮຽບຮຽງ, ວໍຊິງຕັນ ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາຖະແຫຼງການສະບັບໜຶ່ງທີ່ ຕຳໜິຕິຕຽນ ດ້ວຍ “ຄຳເວົ້າແຂງກະດ້າງທີ່ສຸດ” ກ່ຽວກັບເຫດບຸກໂຈມຕີດັ່ງກ່າວ.

        ສ່ວນທ່ານເອກອັກຄະລັດຖະທູດລັດເຊຍ Vassily Nebenzia ໄດ້ກ່າວຫາວ່າ ອາເມລິກາ ພວມລະດົມ “ບັ້ນໂຄສະນາ” ເພື່ອຖິ້ມຄວາມຜິດໃຫ້ທ່ານປະທານາທິບໍດີຊີຣີ Bashar al Assad ກ່ຽວກັບບັນດາເຫດບຸກໂຈມຕີດ້ວຍທາດເຄມີ. ຕາມທ່ານແລ້ວ, ປະຈຸບັນຍັງບໍ່ທັງຢັ້ງຢືນຕົວການປະຕິບັດບັນດາເຫດການດັ່ງກ່າວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ