ລັດເຊຍແລະເບລາຣຸດ ເຫັນດີເປີດກວ້າງການຮ່ວມມື

(VOVWORLD) -ນີ້ຈະແມ່ນການພົບປະຄັ້ງທຳອິດຂອງການນຳລັດເຊຍ ແລະ ເບລາຣຸດ ນັບແຕ່ເມື່ອເກີດບັນດາການແຫ່ຂະບວນປະທ້ວງຢູ່ເບລາຣຸດ ພາຍຫຼັງການເລືອກຕັ້ງປະທານາທິບໍດີ

ລັດເຊຍແລະເບລາຣຸດ ເຫັນດີເປີດກວ້າງການຮ່ວມມື - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງເບລາຣຸດ ທ່ານ Alexander Lukashenko

(ພາບ: AFP/TTXVN)

ວັນທີ 30 ສິງຫາ, ວັງ Kremlin ໄດ້ແຈ້ງໃຫ້ຊາບວ່າ, ໃນວັນດຽວກັນນີ້, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງເບລາຣຸດ ທ່ານ Alexander Lukashenko ໄດ້ມີການໂອ້ລົມທາງໂທລະສັບ ແລະ ເຫັນດີຈະພົບປະກັນຢູ່ນະຄອນຫຼວງມົດສະກູ, ປະເທດລັດເຊຍ ໃນໄລຍະຈະມາເຖິງ, ພ້ອມທັງເຫັນດີຄວນເພີ່ມທະວີການພົວພັນ 2 ຝ່າຍ ແລະ ເປີດກວ້າງການຮ່ວມມື.

        ນີ້ຈະແມ່ນການພົບປະຄັ້ງທຳອິດຂອງການນຳລັດເຊຍ ແລະ ເບລາຣຸດ ນັບແຕ່ເມື່ອເກີດບັນດາການແຫ່ຂະບວນປະທ້ວງຢູ່ເບລາຣຸດ ພາຍຫຼັງການເລືອກຕັ້ງປະທານາທິບໍດີ ໂດຍໄຊຊະນະແມ່ນຂຶ້ນກັບທ່ານ Alexander Lukashenko ໃນວັນທີ 09 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ