ລັດເຊຍໄດ້ຮັບເງິນຊື້ອາຍແກສ 15 ລ້ານ USD ຈາກຢູແກຼນ

ລັດເຊຍໄດ້ຮັບເງິນຊື້ອາຍແກສ 15 ລ້ານ USD ຈາກຢູແກຼນ - ảnh 1
(ພາບປະກອບ: AFP)

(vovworld) - ກຸ່ມ​ບໍລິສັດ​ສົ່ງ​ອອກ​ອາຍ​ແກ​ສ Gazprom ຂອງ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ລັດ​ເຊຍ​ ໄດ້​ຮັບ​ເງິນຊື້ອາຍ​ແກ​ສ 15 ລ້ານ USD ຈາກ​ບໍລິສັດ​ພະລັງງານ​ແຫ່ງ​ຊາດ Naftogaz ຂອງຢູ​ແກຼນ. ກ່ອນ​ໜ້າ​ນັ້ນ,​ Gazprom ​ໄດ້​ຂົ່ມຂູ່​ຈະ​ຢຸດຕິ​ການ​ສະໜອງ​ອາຍ​ແກ​ສ ​ໃຫ້ Kiev ​ໃນ​ວັນ​ທີ 6/3, ຖ້າ​ບໍ່​ໄດ້​ຮັບ​ເງິນ​ກ່ອນ. ຕາມ Gazprom ​ແລ້ວ, ບ້ວງ​ເງິນ​ດັ່ງກ່າວ​ສາມາດ​ຊື້​ອາຍ​ແກ​ສ​ໄດ້ 45 ​ລ້ານແມັດ​ກ້ອນ, ​ເທົ່າ​ກັບ​ຈຳນວນ​ອາຍ​ແກ​ສ​ເຊິ່ງລັດ​ເຊຍ​ສະຫງວນ​ໃຫ້ ​ຢູ​ແກຼນ ​ໃນ 5 ວັນ. ຖ້າ​ໄລ່​ຕາມ​ປະລິມານ​ຂົນ​ສົ່ງ​ໃນ​ປະຈຸ​ບັນ. ລັດ​ເຊຍ ​ແລະ ​ຢູ​ແກຼນ ​ໄດ້​ເຫັນ​ດີ​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ໃໝ່​ກ່ຽວ​ກັບ​ອາຍ​ແກ​ສ, ກ່ອນ​ທີ່​ຂໍ້​ຕົກລົງ​ໃນ​ປະຈຸ​ບັນ​ສິ້ນ​ສຸດ​ໃນ​ທ້າຍ​ເດືອນ 3 ນີ້.

ຂ່າວ/ບົດ​ອື່ນ