ລົດໄຟ​ຟ້າ VinFast ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ວາງ​ສະ​ແດງລົດ​ໂອ​ໂຕ​ສາ​ກົນ ບາງກອກ ປີ 2024

(VOVWORLD) -    ເຂົ້າຮ່ວມງານວາງສະແດງ BIMS 2024, ເປັນຄັ້ງທໍາອິດທີ່ VinFast ໄດ້ແນະນຳບັນດາຜະລິດຕະພັນລົດໂອໂຕໄຟຟ້າທີ່ໄດ້ຜະລິດຢ່າງສໍາເລັດບໍລິບຸນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນລົດກະບະໄຟຟ້າ VF Wild, ທີ່ເຄີຍສ້າງຄວາມປະທັບໃຈຢ່າງແຮງໃນງານວາງສະແດງເອເລັກໂຕນິກການໃຊ້ສອຍ (CES 2024) ເຊິ່ງໄດ້ດຳເນີນໃນຕົ້ນເດືອນມັງກອນ 2024 ຢູ່ ອາເມລິກາ. 
ລົດໄຟ​ຟ້າ VinFast ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ວາງ​ສະ​ແດງລົດ​ໂອ​ໂຕ​ສາ​ກົນ ບາງກອກ ປີ 2024 - ảnh 1VinFast ໄດ້ແນະນຳບັນດາຜະລິດຕະພັນລົດໂອໂຕໄຟຟ້າໃນງານວາງສະແດງ BIMS 2024 (ພາບ: VOV)

ດ້ວຍຫົວຂໍ້ “ການເຄື່ອນໄຫວພ້ອມດ້ວຍການຄົ້ນຫາທີ່ຈັບໃຈ”, ງານວາງສະແດງລົດໂອໂຕສາກົນ ບາງກອກ (BIMS) 2024 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ມີນາ ຢູ່ສູນວາງສະແດງ ຫໍປະຊຸມ Impact, ປະເທດ ໄທ, ເຊິ່ງເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າລົດໄຟຟ້າ ຫວຽດນາມ VinFast Auto ໄດ້ປະກົດມີຢູ່ງານວາງສະແດງນີ້ ດ້ວຍການເປີດໂຕຢ່າງຈັບອົກຈັບໃຈ.

        ເຂົ້າຮ່ວມງານວາງສະແດງ BIMS 2024, ເປັນຄັ້ງທໍາອິດທີ່ VinFast ໄດ້ແນະນຳບັນດາຜະລິດຕະພັນລົດໂອໂຕໄຟຟ້າທີ່ໄດ້ຜະລິດຢ່າງສໍາເລັດບໍລິບຸນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນລົດກະບະໄຟຟ້າ VF Wild, ທີ່ເຄີຍສ້າງຄວາມປະທັບໃຈຢ່າງແຮງໃນງານວາງສະແດງເອເລັກໂຕນິກການໃຊ້ສອຍ (CES 2024) ເຊິ່ງໄດ້ດຳເນີນໃນຕົ້ນເດືອນມັງກອນ 2024 ຢູ່ ອາເມລິກາ. ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ໄທ, ທ່ານ ເລຫຶວຝຸກ ໃຫ້ຂໍ້ສັງເກດວ່າ:

        “ພວກເຮົາຮູ້ແລ້ວວ່າ ຕະຫຼາດໄທ ແມ່ນຕະຫຼາດທີ່ພັດທະນາທີ່ສຸດກ່ຽວກັບຂົງເຂດລົດໂອໂຕໃນພາກພື້ນ ກໍຄື ອາຊີ. ດັ່ງນັ້ນ, ເລື່ອງ VinFast ເຂົ້າຮ່ວມງານວາງສະແດງນີ້ເປັນຄັ້ງທໍາອິດນັ້ນ ໄດ້ສ້າງຂີດໝາຍແກ່ບາດກ້າວພັດທະນາໃດໜຶ່ງຂອງ VinFast ເວົ້າລວມ ແລະ ຂອງຂະແໜງອຸດສາຫະກຳ ຫວຽດນາມ ເວົ້າສະເພາະ.”

        ງານວາງສະແດງ BIMS 2024 ດຳເນີນຈົນເຖິງວັນທີ 7 ເມສາ ຈຶ່ງອັດລົງ.

       ນັກຂ່າວ VOV ປະຈໍາ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ