ລຸ້ນໜຸ່ມສອງປະເທດຄວນຂະຫຍັນຂັນເຄື່ອນກ່ວາອີກເພື່ອພັດທະນາການພົວພັນຫວຽດນາມ-ລາວ

(vovworld) - ເນື່ອງ​ໃນ​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 25/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ມີ​ການ​ໂອ້​ລົມ​ກັບ​ພະ​ນັກ​ງານ, ຄູ​ອາ​ຈານ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ. ເຂົ້າ​ຮ່ວມ​ການ​ໂອ້​ລົມ​ມີ​ທ່ານ​​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​​ປະ​ຊາ​ຊົນປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ລາ​ວ ບຸນ​ຍັງ ວໍ​ລະ​ຈິດ, ພ້ອມ​ກັບ ພະ​ນັກ​ງານ, ຄູ​ອາ​ຈານ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ປະ​ມານ 1.500 ຄົນ, ການ​ໂອ​້​ລົມ​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ​ຈາກ​ນະ​ຄອນຫຼວງ ວຽງ​ຈັນ.

ລຸ້ນໜຸ່ມສອງປະເທດຄວນຂະຫຍັນຂັນເຄື່ອນກ່ວາອີກເພື່ອພັດທະນາການພົວພັນຫວຽດນາມ-ລາວ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ທີ່​ການ​ໂອ້​ລົມ

        ໃນ​ບົດ​ຄຳ​ເຫັນ​ໃນ​ເວ​ລາ​ປະ​ມານ 30 ນາ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ເພື່ອ​ເຕື້ອງ​ເຖິງ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃນ​ອະ​ດິດ​ຕະ​ການ ກໍ່​ຄື​ໃນ​ປະ​ຈຸ​ບັນ ແລະ ແໜ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ລຸ້ນ​ໜຸ່ມ​ໃນ​ການ​ເພີ່ມ​ພຸນ​ຄຸນ​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ເປັນ​ແບບ​ຢ່າງນີ້.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ຢືນ​ຢັ້ນ​ວ່າ: ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ ກ່ອນນີ້ ກໍ່​ຄື​ໃນ​ໄລ​ຍະ​ປ່ຽນ​ໃໝ່, ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ, 2 ຊາດ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ທ​ີ່​ສຸດຍ້ອນ​ເຫັນ​ໄດ້​ນ້ຳ​ໃຈຖານ​ສະ​ຫາຍ​ຈົ່ງ​ຮັກ​ພັກ​ດີ, ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ​ກັນ. ສາຍ​ພົວ​ພັນ​ນັ້ນ​ໄດ້​ກາຍ​ເປັນ​ສາຍ​ພົວ​ພັນ​ທີ່​ເປັນ​ແບບ​ຢ່າງ ແລະ ຫາ​ຍາກ​ຢູ່​ໃນ​ໂລກ.

        “ການ​ສົມ​ທົບ, ຊ່ວຍ​ເຫຼືອ​​ຢ່າງສຸດ​ຈິດ​ສຸດ​ໃຈ​​ຖານ​ອ້າຍ​ນ້ອງ​ລະ​ຫວ່າງ 2 ຊາດ​ແມ່ນ​ປັນ​ໄຈ​ສຳ​ຄັນ​ສ້າງ​ເປັນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ແຕ່​ລະ​ປະ​ເທດ. ການ​ເສຍ​ສະ​ຫຼະ​ອັນ​ສູງ​ສົ່ງ​ໄດ້​​ກາຍເປັນ​ກຳ​ລັງ​ແຮງ, ເປັນ​ກຳ​ລັງ​ໜູນ​ອັນ​ໃຫຍ່ຫຼວງ, ປະ​ກອ​ບ​ສ່ວນ​ນຳ​ການ​ປະ​ຕິ​ວັດ 2 ປະ​ເທດ​ໄປ​ໄຊ​ຊະ​ນະ​ນີ້​ເຖິງ​ໄຊ​ຊະ​ນະ​ອື່ນ, ກ້າວ​ໄປ​ເຖິງ​ໄຊ​ຊະ​ນະ​ຮອບ​ດ້ານ​ໃນ​ປີ 1975. ຮູບ​ພາບ​ເຂົ້າ​ເມັດ​ຫັກ, ຜັກ​ເສັ້ນ​ດຽວກໍ່​ແ​ບ່ງ​ປັນ​ກັນ​ໄດ້​ກາຍ​ເປັນ​ຮູບ​ພາບ​ອະ​ມະ​ຕະ ຍ້ອງ​ຍໍ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ສູງ​ສົ່ງ, ການ​ແບ່ງ​ປັນ​ຢ່າງ​ເລິກ​ເຊິ່ງ​ທັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ ຊຶ່ງ​ປະ​ຊາ​ຊົນ 2 ປະ​ເທດ​ໄດ້​ສະ​ຫງວນ​ໃຫ້​ກັນ​ໃນ​ຍາມທຸກ​ຍາ​ກ​ລຳ​ບາກ​ທີ່​ສຸດ”

ລຸ້ນໜຸ່ມສອງປະເທດຄວນຂະຫຍັນຂັນເຄື່ອນກ່ວາອີກເພື່ອພັດທະນາການພົວພັນຫວຽດນາມ-ລາວ - ảnh 2
ບັນ​ດາ​ພະ​ນັກ​ງານ, ຄູ​ສອນ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ເຂົ້າ​ຮ່ວມກອງ​ປະ​ຊຸມ


        ​
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ໃຫ້​ຮູ້​ວ່າ ໃນ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ການ​ນຳ ສ​ປ​ປ ລາວ ຄັ້ງ​ຕ່າງໆ, ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ ສ​ປ​ປ ລາວ ຄັ້ງ​ນີ້, ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ​ວ່າ ສາຍ​ພົວ​ພັນ​ສະ​ມັກ​ຄີ ຕິດ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ​ໄດ້​ກາຍ​ເປັນ​ສັບ​ສົມ​ບັດ​ລ້ຳ​ຄ່າ​ທ​ີ່​ສຸດ​ຂອງ​ສອງ​ຊາດ, ແມ່ນ​ກົດ​ເກນ​ແຫ່ງ​ຄວາມ​ເປັນ​ຕາຍ, ແມ່ນ​ປັດ​ໄຈ​ຮັບ​ປະ​ກັນ​ໄຊ​ຊະ​ນະ​ຂອງ​ສອງ​ຊາດ ຫວຽດ​ນາມ - ລ​າວ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ກໍ່​ຢັ້ງ​ຢືນ​ເຖິງ​ຄວາມ​ພາກ​ພຸມ​ໃຈ​ເມື່ອ​ເຫັນ​ວ່າ, ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​, ການ​ທ້າ​ທາຍຫຼາຍ​ຢ່າງ, ແຕ່​​ພາ​ລະ​ກິດ​ປະ​ຕິ​ວັດ​ສອງ​ປະ​ເທດ​ຍັງ​ຄົງ​ສືບ​ຕໍ່​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມ​ືອງ -  ສັງ​ຄົມ, ຍົກ​ສູງ​ທີ່​ຕັ້ງ​ໃນ​ເວ​ທີ​ສາ​ກົນ.

        “ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ ແລະ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ແມ່ນ​ພະ​ຍານຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊີ​ວາ, ຢັ້ງ​ຢືນ​ເສັ້ນ​ທາງ​ພັດ​ທະ​ນາ​ເຊິ່ງ​ສອງ​ພັກ​ໄດ້​ເລືອກ​ແຟ້ນ​ແມ່ນ​ຖືກ​ຕ້ອງ​ທີ່​ສຸດ. ບົນ​ພື້ນ​ຖານ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ ໃນ​ຕະຫຼອດ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ 2 ພັກ​ຈະ​ສືບ​ຕໍ່​ຜັນ​ຂ​ະ​ຫຍາຍ​​ກາ​ນ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ, ສ້າງ​ສາ​ປະ​ເທດ​ລາວ ແລະ ປະ​ເທດ ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຈະ​ເລີນ​ຮຸ່ງ​ເຮືອງ, ສີ​ວິ​ໄລ, ນຳ​ເອົາ​ຊີ​ວິດ​ອິ່ມ​ໜຳ​ສຳ​ລານ​ມາ​ໃຫ້​ປະ​ຊ​າ​ຊົນ​ສອງ​ປະ​ເທດ.”

        ເມື່ອ​ເຕື້ອງ​ເຖິງ​ບົດ​ບາດ​ຂອງ​ຊາວ​ໜຸ່ມໃນ​ການ​ຮັກ​ສາ, ພັດ​ທະ​ນາ​ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ຢືນ​ຢັນ​ວ່າ:

“ຂ​້າ​ພະ​ເຈົ້າ​ຫວັງ​ວ່າ ພວກ​ເພື່ອນ​ໜຸ່​ມ​ຈະ​ອອກ​ແຮງຫຼໍ່​ຫຼອມຕົນ​ເອງ ເພື່ອ​ກາຍ​ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນູດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ປະ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​​ປະ​ເທດອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ຂອງ​ແຕ່​ລະ​ປະ​ເທດ, ຍົກ​ສູງ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​, ​ມີປະ​ສິດ​ທິ​ຜົນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ ໃນ​ສະ​ພາບ​ການ​ໃໝ່ ກ່​ວາ​​ອີກ. ການ​ນຳ 2 ປະ​ເທດ​ເຊື່ອ​ໝັ້ນ​ວ່າ, ລຸ້ນ​ໜຸ່ມ​ສອງ​ປະ​ເທດ​ໃນ​ປະ​ຈຸ​ບັນ ແລະ ໃນ​ພາຍ​ພາກ​ໜ້າ​ຈະ​ເຄົ​າ​ລົບ​, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສັບ​ສົມ​ບັດ​ອັນ​ລ້ຳ​ຄ່າ, ເຮັດ​ໃຫ້​​ປະ​ຫວັດ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ​ ແລະ ປະ​ຊາ​ຊົນ 2 ປະ​ເທດຮຸ່ງ​ເຮືອງ​​ເຫຼືອງ​ເຫຼື້ອມກ່​ວາ​ອີກ. ການ​ອຸ​ທິດ​ສ່ວນ​ ແລະ​ປະ​ກອ​ບ​ສ່ວນຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ພວກ​ເພື່ອນ​ຈະ​ກາຍ​ເປັນ​ໜ້າ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ​ຂອງ​ຊາວ​ໜຸ່ມ​ໄລ​ຍະ​ອັນ​ຟົດ​ຟື້ນ”

ເນື່ອງ​ໃນ​ໂອ​ກາດ​ມາ​ໂອ້​ລົ​ມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊ​າດ​ລາວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ໄດ້​ມອບ​ໃຫ້​ໂຮງ​ຮຽນ​ຄອມ​ພິວ​ເຕີ 30 ຊຸດ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຄົ້ນ​ຄ້​ວາ ແລະ ສິດ​ສອນ.


ຂ່າວ/ບົດ​ອື່ນ