ລີບີ: ມືປືນ IS ນັບສີບຄົນຖືກດັບສູນຢູ່ Sirte

ລີບີ: ມືປືນ IS ນັບສີບຄົນຖືກດັບສູນຢູ່ Sirte - ảnh 1
(ພາບ​ປະ​ກອບ: APF/TTXVN)

(vovworld) - ວັນ​ທີ 02/10, ລັດ​ຖະ​ບານ​ສາ​ມັກ​ຄີ​ຂອງ​ລີ​ບີ ແຈ້ງວ່າ, ມີ​ມື​ປືນ 8 ຄົນ​ນິ​ຍົມ​ລັດ​ຖະ​ບານ​ລີ​ບີ ແລະ ພາກ​ສ່ວນ​ຫົວ​ຮຸນ​ແຮງ​ຂອງ​ອົງ​ການກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ຢ່າງ​ໜ້ອຍ​ສຸດ 10 ຄົນ​ຖືກ​ເສຍ​ຊີ​ວິດ ເມື່ອ​ບັນ​ດາ​ພວກ IS ຊອກ​ຫ​າ​ວິ​ທີ​ແລ່ນ​​ໜີອອກ​ຈາກ​ນະ​ຄອນ Sirte, ເຊິ່​ງ​ແມ່ນ​ແຫ່ງ​ທີ່ກອງ​ທັບ​ລ​ີບ​ີ ແລະ ບັນ​ດາ​ກຳ​ລັງ​ນິ​ຍົມ​ລັດ​ຖະ​ບານ​ປິດ​ລ້ອມ. ບັນ​ດາ​ກຳ​ລັງ​ນິ​ຍົມ​ລັດ​ຖະ​ບານ​ລີບ​ີ ໃຫ້​ຮູ້​ວ່າ, ເຂົາ​ເຈົ້າພວມ​ບັນ​ລຸ​ໄດ້ “ບາດ​ກ້າວ” ຢູ່​ນະ​ຄອນ Sirte, ເຊິ່ງ​ແມ່ນ​ແຫ່ງ​ທີ່​ບັນ​ດາພວກ IS ພວມ​ຖືກ​ປິ​ດ​ລ້ອມ, ບັງ​ຄັບ​ໃຫ​້​ມື​ປືນ​ຫຼາຍ​ຄົນ​ຂອງ​ອົງ​ການກໍ່​ການ​ຮ້າຍນີ້​ຕ້ອງ​ຊອກ​ຫາ​ວິ​ທີ​​ທຳ​ລາຍ​ວົງ​ປິດ​ລ້ອມ​ເພື່ອ​ແລ່ນ​ໜີີ. ຕາມ​ແຫຼ່ງ​ຂ່າວຕ່າງໆ​ແລ້ວ, ບັນ​ດາ​ມື​ປືນ​ນິ​ຍົມ​ລັດ​ຖ​ະບານ ໄດ້​ພົບ​ເຫັນ​ຊາກ​ສົບພວກ IS ຢ່າງ​ໜ້ອຍ​ສຸດ 10 ຄົນ ແລະ ພ​ວມຕິດ​ຕາມ​ໄປ​ນຳ​ກຸ່ມ​ອື່ນ​ເພື່ອຊອ​ກ​ຫາ​ວິ​ທີ​ໜີອອກ​ຈາກ​ເຂດ​ຖືກ​ປິດ​ລ້ອມ​ຢູ່​ນະ​ຄອນ Sirte, ທີ່​ຫ່າງ​ຈາກ​ນະ​ຄອນ Tripoli ປະ​ມານ 450 ກ.ມ ​ໄປ​ທາງທິດ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ