ລີບ​ີ​ ຢັ້ງ​ຢືນ​ກຳ​ລັງ​ຕ່າງ​ປະ​ເທດ​ເລີ່ມ​ຖອນ​ຕົວ​ອອກ​ຈາກ​ປະ​ເທດນີ້

(VOVWORLD) -ວັນທີ 3 ຕຸລາ, ທ່ານນາງລັດຖະມົນຕີການຕ່າງປະເທດ ລີບີ Najla al-Mangoush ໄດ້ປະກາດວ່າ ບັນດາກຳລັງຕ່າງປະເທດໄດ້ເລີ່ມຖອນຕົວຈຳນວນທະຫານ ສ່ວນໜຶ່ງອອກຈາກປະເທດນີ້.

ລີບ​ີ​ ຢັ້ງ​ຢືນ​ກຳ​ລັງ​ຕ່າງ​ປະ​ເທດ​ເລີ່ມ​ຖອນ​ຕົວ​ອອກ​ຈາກ​ປະ​ເທດນີ້ - ảnh 1ທ່ານນາງ ລັດຖະມົນຕີການຕ່າງປະເທດ ລີບີ Najla al-Mangoush (ພາບ: Reuters)

ກ່າວຄຳເຫັນທີ່ກອງປະຊຸມຢູ່ ກູເວດ, ຜູ້ນຳໜ້າຂະແໜງການທູດ ລີບີ ໃຫ້ຮູ້ວ່າ ຂໍ້ມູນກຳລັງຕ່າງປະເທດ ຖອນຕົວອອກຈາກປະເທດນີ້ ແມ່ນຖືກຕ້ອງ, ແຕ່ນີ້ພຽງແຕ່ແມ່ນຈຸດເລີ່ມຕົ້ນ. ທ່ານນາງ Najla al-Mangoush ຢັ້ງຢືນວ່າ ວົງການເຈົ້າໜ້າທີ່ ລີບີມີຄວາມປາດຖະໜາຢາກການເຄື່ອນໄຫວດຳເນີນໃນຂອບຂະໜາດໃຫຍ່ ແລະ ລີບີຈະຜັນຂະຫຍາຍຍຸດທະສາດ ເພື່ອຊຸກຍູ້ວິວັດການນີ້ຢ່າງຮອບດ້ານກ່ວາ. ນີ້ກໍ່ແມ່ນສິ່ງທີ່ລັດຖະບານ ລີບີ ຈະມານະພະຍາຍາມເພື່ອບັນລຸໄດ້ໃນກອງປະຊຸມກ່ຽວກັບສະພາບການຢູ່ລີບີ ຄາດວ່າ ຈະດຳເນີນໃນທ້າຍເດືອນນີ້. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Najla al-Mangoush ບໍ່ເປີດເຜີຍຊັດເຈນ ຈຳນວນທະຫານຕ່າງປະເທດທີ່ຖອນອອກຈາກ ປະເທດລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ