ລີບັງ ຮັດແໜ້ນ ຂໍ້ກຳນົດເຂົ້າເມືອງສຳລັບພົນລະເມືອງຊີຣີ

ລີບັງ ຮັດແໜ້ນ ຂໍ້ກຳນົດເຂົ້າເມືອງສຳລັບພົນລະເມືອງຊີຣີ - ảnh 1
(ພາບປະກອບ)

(vovworld) – ​ວົງ​ການເຈົ້າໜ້າ​ທີ່​ລີ​ບັງ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ມີ​​ແຜນການ​ຮັດ​ແໜ້ນບັນດາ​ຂໍ້​ກຳນົດ​ເຂົ້າ​ເມືອງ​ສຳລັບ​ພົນລະ​ເມືອງ​ຊີຣີ ​ໃນ​ຄວາມ​ມານະ​ພະຍາຍາມ​ສະກັດ​ກັ້ນ​ພົນລະ​ເມືອງ​ໄປ​ອົບ​ພະຍົບທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ຕາມ​ຜູ້ນຳ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດ​ລີ​ບັງ, ນາຍ​ພົນ Abbas Ibraihim ​ແລ້ວ, ນັບ​ແຕ່​ວັນ​ທີ 05/01, ພົນລະ​ເມືອງ​ຊີຣີ ຢາກ​ເຂົ້າ​ເມືອງ​ລີ​ບັງ ຕ້ອງ​ແຈ້ງ​ຈຸດປະສົງ​ເຂົ້າ​ເມືອງ ​ແລະ ​ເວລາ​ພັກອາ​ໄສ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ລີ​ບັງ Rashid Derbas ​ໃຫ້​ຮູ້​ວ່າ, ບັນດາ​ມາດ​ຕະການ​ຮັດ​ແໜ້ນ​ຂໍ້​ກຳນົດ​ເຂ​ົ້າ​ເມືອງ​ສຳລັບພົນລະ​ເມືອງ​ໄປ​ອົບ​ພະຍົບ​ແມ່ນ “ບໍ່​ເປັນ​ປົກ​ກະຕິ, ​ແຕ່​ບໍ່​ດົນ​ນານ”. ລີ​ບັງ ຈະ​ປະຕິບັດ​ບັນດາມາດ​ຕະການ​ດັ່ງກ່າວ​ເຖິງ​ຈຸດເວລາ​ທີ່​ວິ​ກິດ​ການ​ຢູ່​ຊີຣີ ຢຸດຕິລົງ.

ຂ່າວ/ບົດ​ອື່ນ