ລີບັງ:ເຫດວາງລະເບີດຢູ່ນະຄອນຫຼວງBeiruit,ເຮັດໃຫ້ນັບສິບຄົນເສຍຊີວິດແລະຮັບບາດເຈັບ

ລີບັງ:ເຫດວາງລະເບີດຢູ່ນະຄອນຫຼວງBeiruit,ເຮັດໃຫ້ນັບສິບຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ສະຖານທີ່ເກີດເຫດ
(ພາບ: Getty Images)

(vovworld) – ​ເຫດ​ວາງ​ລະ​ເບີດ​ເກີດ​ຂຶ້ນ​ໃນ​ວັນ​ທີ 2/1, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 4 ຄົນ​ເສຍ​ຊີວິດ ​ແລະ ​ເກືອ​ບ 50 ຄົນ​ຮັບ​ບາດ​ເຈັບ. ຕາມ​ເຈົ້າ​ໜ້າ​ທີ່ ລີ​ບັງ ​ແລ້ວ, ຜູ້​ວາງ​ລະ​ເບີດ​ດ້ວຍ​ລົດ​ໂອ​ໂຕ​ຄັນ​ໜຶ່ງ​ຢູ່​ຊານ​ນະຄອນ​ທາງ​ພາກ​ໃຕ້​ນະຄອນຫຼວງ Beiruit ກໍ່​ໃຫ້​ເກີດ​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​​ດັ່ງກ່າວ. ​ໂດຍ​ຮັບຜົນ​ສະທ້ອນ​ຈາກ​​ເສີກ​ກາງ​ເມືອງຢູ່ ຊີຣີ, ສະພາບ​ຄວາມ​ສະຫງົບ​ຢູ່ ລີ​ບັງ ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ. ນະຄອນ Beiruit ​ແລະ ຫຼາຍ​​ເຂດອື່ນ​ຢູ່ ລີ​ບັງ ສືບ​ຕໍ່​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ໄລຍະ​ມໍ່ໆ​ມານີ້. ​ເຂດ​ຊານ​ນະ​ຄອນທາງພາກໃຕ້ຢູ່ນະຄອນຫຼວງ Beiruit ແມ່ນຖານທີ່ໝັ້ນຂອງຂະບວນການ Hezbollah. ປະຊາຊົນ​ເກືອບ​ທັງ​ໝົດ​ຢູ່​ເຂດ​ນີ້​ລ້ວນ​ແຕ່​ສະໜັບສະໜູນ​ຂະ​ບວນການ​ນີ້, ຍ້ອນ​ຂະ​ບວນການ Hezbollah ໜູນ​ຊ່ວຍ​ກຳລັງ​ລັດຖະບານ ຊີຣີ ຕ້ານ​ຝ່າຍ​ຄ້ານ​. ດັ່ງ​ນັ້ນ, ຝ່າຍ​ຄ້ານ ຊີຣີ ​ແລະ ບັນດາ​ຜູ້​ສະໜັບ​ສະ​ໜູນ​ຝ່າຍ​ຄ້ານ ຊີຣີ ຢູ່ ລີ​ບັງ ​ໄດ້​ຖະ​ແຫຼ​ງຈະ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​​ແນ​ໃສ່​ກຳລັງ Hezbollah.

 

ຂ່າວ/ບົດ​ອື່ນ