ລີບີຈັບຕົວ 50 ຄົນພາຍຫຼັງເຫດການ ເຂັ່ນຂ້າທ່ານເອກອັກຄະລັດຖະທູດ ອາເມລິກາ

ລີບີຈັບຕົວ 50 ຄົນພາຍຫຼັງເຫດການ ເຂັ່ນຂ້າທ່ານເອກອັກຄະລັດຖະທູດ ອາເມລິກາ - ảnh 1

(ພາບvnvietnamplus.vn)

(TTX)- ບັນດາ​ອົງການມີໜ້າ​ທີ່​ຮັບຜິດຊອບ​ລີ​ບີ ຫາ​ກໍ່​ຈັບ​ຕົວ​ປະມານ 50 ຄົນ​ພາຍຫຼັງ​ການ​ບຸກ​ໂຈມຕສະຖານ​ກົງ​ສູນ​​ໃຫ່ຍອາ​ເມ​ລິ​ກາ ຢູ່​ນະຄອນ Benghazi ຊື່​ງ​ເຮັ​ດໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ  Christopher Stevens ​ແລະ ພາລະ​ກອນ​ການ​ທູດ 3 ທ່ານ​ເສຍ​ຊີວິດ, ພ້ອມ​ທັງ​ຊີ້​ແຈ້ງ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ໂດຍ​ຄົນ​ຕ່າງ​ປະ​ເທດ​ວາງ​ແຜນການ. ລັດຖະບານ​ລີ​ບີ ​ໃຫ້​ຮູ້​ວ່າ ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ບໍ່​ແມ່ນ​ຄວາມ​ຄຽດ​ແຄ້ນ​ເກີດ​ຂຶ້ນ​​ໂດຍ​ບັງ​ເອີ​ຊື່​ງກ່ຽວຂ້ອງ​ເຖິງ​ຮູບ​ເງົາ​ເລື່ອງ​ແຕະຕ້ອງ​ສາສະໜາ​ອິດສະ​ລາມ​​ທີ່ໄດ້​ຜະລິດ​ຢູ່​ອາ​ເມ​ລິ​ກາ ຊື່​ງ​ໄດ້​ເປີດ​ສາກ​ໃຫ້​ແກ່​ການແຫ່​ຂະ​ບວນປະ​ທ້ວງ​ອັນ​ນອງ​ເລືອດ​ຢູ່​ໂລກ​ອາຣັບ ​ແລະ ອິດສະລາມ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ໂດຍ​ຄົນ​ຕ່າງປະ​ເທດ​ເຂົ້າມາລີ​ບີ ກ່ອນ​ນີ້ 2,3 ​ເດືອນວາງ​ແຜນການ. ອົງການ​ອານ​ເກ​ດາ ​ໃນ​ແຫຼມ​ອາຣັບ ປະກາດ​ວ່າ ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ເພື່ອ​ແກ້​​ແຄ້ນ​ໃຫ້​ທ່ານ Sheikh Abu Yahya Al Libi ຮອງ​ຫົວ​ໜ້າ​ເຄື​ອຂ່າຍ​ນີ້ທີ່​ຖືກ​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫວ່າງ​ມໍ່ໆ​ມາ​ນີ້.

 

 

 

ຂ່າວ/ບົດ​ອື່ນ