ລີບໍບໍ່ທັນໄດ້ຮັບການປົດປ່ອຍ

ລີບໍບໍ່ທັນໄດ້ຮັບການປົດປ່ອຍ - ảnh 1
ທະຫານຍັງຢູ່ນະຄອນຫຼວງTripoli ​
(ພາບ: google.com.vn)

(vovworld) - ກ່າວ​ຄວາມ​ເຫັນ​ຢູ່​ນະຄອນຫຼວງ Tripoli ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 1 ປີ ​ແຫ່ງ​ວັນ​ອະດີດ​ການ​ນຳ​ລີບີ Moamer Kadhafi ຖືກ​ໂຄ່ນ​ລົ້ມ, ວັນ​ທີ 20/10, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລີ​ບີ  Mohammed Megaryef ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ມີ​ຫຼາຍ​ເຂດ​ຢູ່​ປະ​ເທດ​ນີ້ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບຸນ. ​ໃນ​ບົດ​ປາ​ໄສ​ຕໍ່​ສະພາ​ແຫ່ງ​ຊາດ, ທ່ານ Megaryef ​ໃຫ້​ຮູ້​ວ່າ ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ. ທ່ານ​ກໍ່​ຮັບ​ຮູ້ກ່ຽວ​ກັບ​ລັກສະນະ​ຊັກ​ຊ້າ​ໃນ​ການ​ກໍ່ສ້າງ​ອົງການ​ຍຸຕິ​ທຳ​ຄືນ​ໃໝ່ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ວິວັດ​ແຫ່ງ​ການ​ປ່ອງ​ດອງ​ຊາດ, ກໍ່​ຄວາມ​ບໍ່​ເປັນ​ເອກະ​ພາບ ​ແລະ ຄວາມ​ເຄັ່ງ​ຕຶງ​ໃນ​ສັງຄົມ, ​ແລະ ​ເພີ່ມ​ທະວີ​ການ​ກະທຳ​ຈະລາຈົນ, ຂາດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ໄພ​ສໍ້​ລາດ​ບັງ​ຫຼວງ ​ແລະ ຄວາມ​ອ່ອນ​ດ້ອຍ​ໃນການ​ປົກຄອງຂອງ​ບັນດາ​ອົງການ​ລັດຖະບານ.

ຂ່າວ/ບົດ​ອື່ນ