ລີບີປະກາດພາກສ່ວນລັດຖະບານສາມັກຄີແຫ່ງຊາດໃໝ່

ລີບີປະກາດພາກສ່ວນລັດຖະບານສາມັກຄີແຫ່ງຊາດໃໝ່ - ảnh 1
ລີບີປະກາດພາກສ່ວນລັດຖະບານສາມັກຄີແຫ່ງຊາດໃໝ່
(ພາບ: AFP/TTXVN)


(vovworld) –​ ​ ​ຕອນ​ຄ່ຳ​ວັນ​ທີ 14/02, ສະ​ພາ​ປະ​ທາ​ນາ​ທິ​ບໍ​ດ​ີ​ລີ​ບີ ໄດ້​ແຕ່ງ​ຕັ້ງ​ພາກ​ສ່ວນ​ລັດ​ຖະ​ບານ​ສາ​ມັກ​ຄີ​ແຫ່ງ​ຊາດ​ໃໝ່ ເພື່ອ​ແນ​ໃສ່​ສິ້ນ​ສຸດ​ສະ​ພາບ​ການ​ປະ​ທະ​ກັນ ແລະ ວຸ້ນ​ວາຍຢູ່​ປະ​ເທດອາ​ຟະ​ລິ​ກາ​ເໜືອນີ້. ​ຄະ​ນະລັດ​ຖະ​ບານ​​ທີ່ໄດ້​ນຳ​ສະ​ເໜີ​ລວມ​ມີ​ລັດ​ຖະ​ມົນ​ຕີວ່າ​ການ 13 ທ່ານ ແລະ ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ວຽກ​ງານ​ຕ່າງໆ 5 ທ່ານ. ຄາດ​ວ່າ, ສະ​ພາ​ແຫ່ງ​ຊາດ​ລີບ​ີ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ​ ຈະ​ປ່ອນ​ບັດ​ຮັບ​ຮອງ​ເ​ອົາ​ລັດ​ຖະ​ບານ​ໃໝ່. ລີ​ບີ ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ວຸ້ນ​ວາຍ ນັບ​ແຕ່​​ເມື່ອ​ໂຄນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ການ​ນຳ Muammar Gaddafi.

ຂ່າວ/ບົດ​ອື່ນ