ລີ​ບີ​ອາດ​ຈະ ມີຜູ້​ເສຍ​ຊີ​ວິດ ປະ​ມານ 2000 ຄົນ​ໃນ​ເຫດ​ ​ນ້ຳ​ຖ້ວມ​ຄັ້ງປະ​ຫວັດ​ສາດ ທີ່​ເກີດ​ຈາກພາ​ຍຸ Daniel

(VOVWORLD) - ອຳນາດການປົກຄອງເຂດພາກຕາເວັນອອກ ລີບີ ໄດ້ປະກາດສະພາບການໄພພິບັດຢູ່ Derna ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍແກ້ໄຂຜົນຮ້າຍທີ່ຕາມມາຢ່າງທັນທີ.
ລີ​ບີ​ອາດ​ຈະ ມີຜູ້​ເສຍ​ຊີ​ວິດ ປະ​ມານ 2000 ຄົນ​ໃນ​ເຫດ​ ​ນ້ຳ​ຖ້ວມ​ຄັ້ງປະ​ຫວັດ​ສາດ ທີ່​ເກີດ​ຈາກພາ​ຍຸ Daniel - ảnh 1ພາບປະກອບ: Reuters

ຕອນບ່າຍວັນທີ 11 ກັນຍາ, ທ່ານ Osama Hamad ຜູ້ນຳໜ້າອຳນາດການປົກຄອງພາກຕາເວັນອອກ ລີບີ ໃຫ້ຂໍ້ສັງເກດວ່າ ອາດຈະມີຜູ້ເສຍຊີວິດປະມານ 2000 ຄົນຢູ່ນະຄອນ Derna ໃນເຫດນ້ຳຖ້ວມຄັ້ງປະຫວັດສາດທີ່ເກີດຈາກພາຍຸ Daniel ໃນວັນທີ 10 ກັນຍາ. ກ່າວຄຳເຫັນຢູ່ຊ່ອງໂທລະພາບ Al Masar, ທ່ານ Hamad ໃຫ້ຮູ້ວ່າ ນ້ຳຖ້ວມນ້ຳແກ່ງໄດ້ພັດເອົາໄປທົ່ວເຂດປະຊາຊົນຢູ່ Derna ໂດຍນອນຢູ່ຫ່າງຈາກນະຄອນຫຼວງ Tripoli ປະມານ 900 ກີໂລແມັດໄປທາງທິດຕາເວັນອອກ. ຈຳນວນຜູ້ຫາຍສາບສູນໃນເຫດນ້ຳຖ້ວມກໍ່ອາດຈະຂຶ້ນເຖິງນັບພັນຄົນ. ບັນດາແຫຼ່ງຂ່າວໃນພາກພື້ນ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ ໂດຍໃຫ້ຮູ້ວ່າ, ຝົນຕົກໜັກຍ້ອນຜົນສະທ້ອນຈາກພາຍຸ Daniel ເຮັດໃຫ້ເຂື່ອນໄຟຟ້າໃນພາກພື້ນແຕກ ສອງແຫ່ງ ແລະ ກໍ່ເຫດນ້ຳຖ້ວມທີ່ຮ້າຍແຮງ ມັນໄດ້ເຮັດໃຫ້ເຂດນະຄອນ Derna ຖືກນ້ຳຖ້ວມໝົດ. ອຳນາດການປົກຄອງເຂດພາກຕາເວັນອອກ ລີບີ ໄດ້ປະກາດສະພາບການໄພພິບັດຢູ່ Derna ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍແກ້ໄຂຜົນຮ້າຍທີ່ຕາມມາຢ່າງທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ