ລົມພາຍຸ Sandy ຖະຫຼົ່ມພາກຕາເວັນອອກປະເທດອາເມລິກາ

ລົມພາຍຸ Sandy ຖະຫຼົ່ມພາກຕາເວັນອອກປະເທດອາເມລິກາ - ảnh 1
ສະພາບນ້ຳຖ້ວມຢູ່ນະຄອນນິວຢອກເມື່ອຕອນຄ່ຳວັນທີ 29/10
(ພາບ : AFP)


(vovworld)- ພາຍຫຼັງ​ທີ່​ໄດ້​ພັດ​ເຂົ້າ​ດິນ​ຕໍ່​ແຜ່ນ​​ໃນ​ເວລາ 8 ​ໂມງ​ເຊົ້າວັນ​ທີ 30/10 (ຕາມ​ເວລາ​ໃນ​ປະ​ເທດ​ຫວຽດນາມ) ລົມພາຍຸ Sandy ພວມ​ຄຸກຄາມ​ໄປ​ທົ່ວ​​ເຂດ​ແຄມ​ທະ​​ເລ​ທາງ​ທິດຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ. ​ເຖິງ​ວ່າຄວາມ​ແຮງ​ຂອງ ລົມພາຍຸ Sandy ​ໄດ້​ຫຼຸດ​ລົງ​ເລກ​ນ້ອຍ​ກໍ​ຕາມ, ​ແຕ່ ລົມພາຍຸລູກ​ນີ້​ຍັງ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທາງ​ດ້ານຊີວິດ​ອີນຊີ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ​ຢ່າງ​ຫຼວງ​ຫຼາຍ. ລົມພາຍຸ Sandy ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 11 ຄົນ. ຢູ່​ບາງ​ບໍລິ​ເວນ​ທີ່​ນະຄອນ​ນິວຢອກ, ລະດັບ​ນ້ຳ​ຖ້ອມ​ໄດ້​ຂຶ້ນ​ເຖິງ 4,2 m . ສະພາບ​ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ສະໜາມ​ບິນ​ໃຫຍ່ 3 ​ແຫ່ງ​ໃນ​ບໍລິ​ເວນ​ຕ້ອງ​ປິດ​ປະຕູ. ນ້ຳ​ຖ້ວມ​ຍັງ​ໄດ້​ທຳລາຍ​ລະບົບ​ລົດ​ໄຟ​ໃຕ້​ດິນ​ທີ່​ນິວຢອກ. ປະຈຸ​ບັນ, ລະດັບ​ນ້ຳ​ທະ​ເລ​ພວມ​ຂຶ້ນ​ສູງ, ອັນ​ໄດ້​ເຮັດ​ໃຫ້ 3 ລ້ານ​ກ່ວາ​ຄົນຢູ່ 11 ລັດ​ເຂດ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງອາ​ເມ​ລິ​ກາ​ຖືກ​ຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ໄຟຟ້າ​ໃຊ້​ໃນ​ໄລຍະ​ຍາວ.

ຂ່າວ/ບົດ​ອື່ນ