ລວບລວມສະພາບໂລກລະບາດ Covid-19 ຢູ່ໃນໂລກ

(VOVWORLD) -ໂລກລະບາດ Covid-19 ສືບຕໍ່ແຜ່ລະບາດອອກສູ່ວົງກວາງໃນໂລກ, ເມື່ອມີຫຼາຍປະເທດກວດພົບມີກໍລະນີຕິດເຊື້ອໄວຣັດຄົນທຳອິດ ແລະ ບັນດາກໍລະນີຕິດເຊື້ອໃໝ່
ລວບລວມສະພາບໂລກລະບາດ Covid-19 ຢູ່ໃນໂລກ - ảnh 1 (ພາບປະກອບ: VGP)

ມີພົນລະເມືອງຫວຽດນາມ 1 ຄົນຢູ່ນະຄອນ Daegu ຂອງສ.ເກົາຫຼີ ໄດ້ຕິດເຊື້ອພະຍາດໄວຣັດ SARS-CoV-2.

          ຕອນເຊົ້າວັນທີ 01 ມີນາ, ອົງການຄຸ້ມຄອງ ແລະ ປ້ອງກັນຕ້ານເຊື້ອພະຍາດສ.ເກົາຫຼີ ໃຫ້ຮູ້ວ່າ, ຈຳນວນຜູ້ຕິດເຊື້ອພະຍາດໄວຣັດ SARS-CoV-2 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນ 376 ກໍລະນີ, ລວມທັງໝົດແມ່ນ 3.526 ກໍລະນີ.

          ໃນວັນທີ 29 ກຸມພາ, ຈີນ ໄດ້ຢັ້ງຢືນວ່າ, ມີ 79.824 ຄົບຕິດເຊື້ອໄວຮັດດັ່ງກ່າວ ແລະ 2.870 ຜູ້ເສຍຊີວິດຍ້ອນ Covid-19. ມີທັງໝົດ 41.625 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.

          ສ່ວນຢູ່ອີຣານ, ໄລ່ຮອດວັນທີ 29 ກຸມພາ, ມີ 43 ຄົນເສຍຊີວິດ ແລະ 593 ກໍລະນີຕິດເຊື້ອໄວຣັດ, ປະຈຸບັນ ອີຣານ ແມ່ນປະເທດມີຜູ້ເສຍຊີວິດຫຼາຍທີ 2 ໃນໂລກຖັດຈາກຈີນ. ອີຕາລີ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຍ້ອນ Covid-19 ຫຼາຍທີ 3 ໃນໂລກ, ດ້ວຍຈຳນວນ 29 ຄົນເສຍຊີວິດ ແລະ 1.128 ຄົນຕິດ Covid-19.

          ອາເມລິກາ ແລະ ອົດສະຕາລີ ແຈ້ງວ່າ, ໄດ້ມີກໍລະນີທຳອິດເສຍຊີວິດຍ້ອນຕິດເຊື້ອພະຍາດໄວຣັດ Covid-19. ອຽກລັງ, ເອກູອາດໍ ແລະ ກາຕາ ແມ່ນບັນດາປະເທດຫາກໍກວດພົບມີກໍລະນີຕິດເຊື້ອທຳອິດ.

ຕອບກັບ

ຂ່າວ/ບົດ​ອື່ນ