ລອງອານ ສູ້ຊົນແມ່ນສູນພັດທະນາເສດຖະກິດຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ຍືນຍົງຂອງພາກໃຕ້

(VOVWORLD) - ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ແຂວງ ສູ້ຊົນຮອດປີ 2030 ຈະກາຍເປັນສູນພັດທະນາເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ຍືນຍົງ ຂອງພາກໃຕ
ລອງອານ ສູ້ຊົນແມ່ນສູນພັດທະນາເສດຖະກິດຂະຫຍັນຂັນເຄື່ອນ,  ມີປະສິດທິຜົນ, ຍືນຍົງຂອງພາກໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ແຂວງ ລອງອານ ແມ່ນສະຖານທີ່ເຕົ້າໂຮມຫຼາຍຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າໄດ້ປຽບ ເພື່ອພັດທະນາເສດຖະກິດ - ສັງຄົມ ໄວ ແລະ ຍືນຍົງ, ແມ່ນສະຖານທີ່ທີ່ດູດດື່ມສຳລັບນັກລົງທຶນຢູ່ພາຍໃນ ແລະ ສາກົນ, ສ້າງກຳລັງໜູນແຫ່ງການພັດທະນາບໍ່ພຽງແຕ່ສຳລັບ ລອງອານ ເທົ່ານັ້ນ, ຫາກຍັງແຜ່ຂະຫຍາຍໃນທົ່ວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ທົ່ວປະເທດອີກດ້ວຍ. ນີ້ແມ່ນການຢ້ັງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ໄດ້ຍົກອອກມາໃນກອງປະຊຸມປະກາດການວາງແຜນ ແລະ ສົ່ງເສີມການລົງທຶນແຂວງ ລອງອານ, ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 25 ກໍລະກົດ, ຢູ່ ແຂວງລອງອານ.

        ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ແຂວງ ສູ້ຊົນຮອດປີ 2030 ຈະກາຍເປັນສູນພັດທະນາເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ຍືນຍົງ ຂອງພາກໃຕ້; ກາຍເປັນປະຕູໃນແລວເສດຖະກິດຕົວເມືອງ - ອຸດສາຫະກຳຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ແມ່ນສະຖານທີ່ຮ່ວມມື, ພົວພັນແລກປ່ຽນສຳຄັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ໄດ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ລອງອານ ຄວນເສີມຂະຫຍາຍແຜນຜັງຂອງແຂວງ, ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດ, ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ ແລະ ກຳລັງແກ່ງແຍ້ງ ອີງໃສ່ພື້ນຖານຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ຕອບກັບ

ຂ່າວ/ບົດ​ອື່ນ