ລະຄອນຕຸກກະຕານຳ້ຫວຽດນາມສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຍີ່ປຸ່ນ

ລະຄອນຕຸກກະຕານຳ້ຫວຽດນາມສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຍີ່ປຸ່ນ - ảnh 1
ລາຍການ​ສະ​ແດງ​ຕຸກກະຕາ​ນຳ້​ຢູ່​ກາງ​ແຈ້ງ​ນະຄອນ Yokohama
(ພາບ: Hữu Thắng/Vietnam+)

(vovworld) - ​ໃນ​ລະຫວ່າ​ງວັນ​ທີ 13-14/9, ກະຊວງ​ວັດທະນະທຳ - ກິລາ - ທ່ອງ​ທ່ຽວ ພ້ອມ​ກັບ​ຄະນະ​ສິລະ​ປະ​ຂອງ​ໂຮງ​ລະຄອນ​ຕຸກກະຕາ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ​ປະຈຳ​ຍີ່ປຸ່ນ ຈັດ​ຕັ້ງ​ລາຍການ​ສະ​ແດງ​ຕຸກກະຕາ​ນຳ້​ຢູ່​ກາງ​ແຈ້ງ​ນະຄອນ Yokohama, ປະ​ເທດ​ຍີ່ປຸ່ນ.

ກ່າວ​ຄວາມ​ເຫັນ​ເປີດ​ລາຍການ, ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ​ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮຶງ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ເຫດການ​ທີ່​ຄະນະ​ສິລະ​ປະ​ຂອງ​ໂຮງ​ລະຄອນ​ຕຸກກະຕາ​ຫວຽດນາມມາສະ​ແດງ​ຮັບ​ໃຊ້​ຜູ້​ຊົມ​ຍີ່ປຸ່ນ​ຢູ່ Yokohama. ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ, ລາຍການ​ສະ​ແດງ​ຕຸກກະຕາ​ນຳ້​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ ຈະ​ຊ່ວຍ​ໃຫ້​ຊາວ​ຍີ່ປຸ່ນ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ຍີ່ປຸ່ນ​ໃຫ້​ນັບ​ມື້​ນັບ​ສະໜິດສະໜົມ​ກວ່າ.

ຂ່າວ/ບົດ​ອື່ນ