ລະດັບຜົນສະທ້ອນຂອງຫວຽດນາມ ໃນບັນດາໂຄງການດຳເນີນງານຂອງອາຊຽນ ໃນປີ 2021

(VOVWORLD) -ເມື່ອຮັບດຳລົງຕຳແໜ່ງປະທານອາຊຽນ 2020, ຫວຽດນາມ ໄດ້ຖືນະໂຍບາຍມະຫາສະໝຸດອິນເດຍ - ປາຊີຟິກ ເປັນສຳຄັນ

ວັນທີ 15 ພຶດສະພາ, ເວັບໄຊ Times of India ໄດ້ລົງບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມ - ປະເທດດຳລົງຕຳແໜ່ງປະທານອາຊຽນ ປີ 2020, ໄດ້ຍົກອອກໂຄງການດຳເນີນງານໃຫ້ບັນດາປະທານອາຊຽນ ໃນອະນາຄົດ, ບໍ່ພຽງແຕ່ໃຫ້ແກ່ປີ 2021 ເທົ່ານັ້ນ, ຫາກຍັງໃນຫຼາຍປີຕໍ່ໆໄປອີກດ້ວຍ. ບົດຂຽນໄດ້ເຕື້ອງເຖິງຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເຊິ່ງຫວຽດນາມ ໄດ້ເລືອກເຟັ້ນເປັນຫົວຂໍ້ຂອງປີ 2020 ໃນຖານະຕຳແໜ່ງປະທານອາຊຽນ, ນີ້ແມ່ນສັນຍະລັກໃຫ້ແກ່ຄວາມເປັນເອກະພາບ ແລະ ຄວາມສາມັກຄີຂອງອາຊຽນ ແລະ ເປັນເຈົ້າການຮັບມືຕໍ່ບັນດາສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນ.

ເມື່ອຮັບດຳລົງຕຳແໜ່ງປະທານອາຊຽນ 2020, ຫວຽດນາມ ໄດ້ຖືນະໂຍບາຍມະຫາສະໝຸດອິນເດຍ - ປາຊີຟິກ ເປັນສຳຄັນ ແລະ ມີສະຕິເນັ້ນໜັກເຖິງວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP) ເມື່ອແລກປ່ຽນກັບບັນດາປະເທດອື່ນ. AOIP ໄດ້ຮັບການເຕື້ອງເຖິງໃນຖະແຫຼງການ “4 ຝ່າຍ” ເພື່ອແນໃສ່ຮັບປະກັນບົດບາດເປັນໃຈກາງຂອງອາຊຽນ ແລະ ຄວາມຄ້າຍຄືກັນຂອງອາຊຽນ ກັບມະຫາສະໝຸດອິນເດຍ - ປາຊີຟິກ ເສລີ, ເປີດກວ້າງ ແລະ ເຊື່ອມໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ