ລະ​ດູ​ບານ​ໃໝ່​ມະ​ໂລງ 2024: ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ຫວຽດ​ນາມ - ລາວ

(VOVWORLD) - ຕອນຄ່ຳວັນທີ 2 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດງານລ້ຽງຕ້ອນຮັບລະດູບານໃໝ່ມະໂລງ 2024.

ລະ​ດູ​ບານ​ໃໝ່​ມະ​ໂລງ 2024: ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ຫວຽດ​ນາມ - ລາວ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ້າຮຸ່ງ  ກ່າວຄຳເຫັນທີ່ງານລ້ຽງ (ພາບ: VOV)

ເຂົ້າຮ່ວມງານລ້ຽງມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ  ວິໄລ ຫຼ້າຄຳຟອງ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຂອງລາວ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ້າຮຸ່ງ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ຫວຽດນາມ ແລະ ລາວ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແລະ ລ້ວນແຕ່ຍາດໄດ້ຜົນສຳເລັດສຳຄັນຫຼາຍຢ່າງກ່ຽວກັບດ້ານການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຖານະບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ແລະ ລາວໃນພາກພື້ນ ແລະ ບົນເວທີສາກົນ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ປີ ມະໂລງ 2024 ຈະນຳແຫຼ່ງຜົນງານໃໝ່ມາໃຫ້ທັງສອງປະເທດ, ພິເສດລາວ ຈະປະສົບຜົນສຳເລັດທີ່ພົ້ນເດັ່ນໃນປີ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ.

ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມເຄົາລົບຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງປະເທດ ແລະ ການສະໜັບສະໜູນ, ຊ່ວຍເຫຼືອຂອງ ຫວຽດນາມ ຕໍ່ລາວ ໃນທຸກຂົງເຂດ, ທ່ານເຊື່ອໝັ້ນວ່າ ການພົວພັນສອງປະເທດ ຈະໄດ້ຮັບການຍົກສູງຢ່າງບໍຢຸດຢັ້ງ, ນຳຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ