ລະດົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ

(VOVWORLD) - ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບການລະດົມແຫຼ່ງກຳລັງຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ 
ລະດົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ - ảnh 1ການໂອ້ລົມສົນທະນາກ່ຽວກັບການລະດົມແຫຼ່ງກຳລັງຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ທີ່ຕ່າງປະເທ

ຕອນບ່າຍວັນທີ 1 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບການລະດົມແຫຼ່ງກຳລັງຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ທີ່ຕ່າງປະເທດ. ມີຫຼາຍຮູບແບບ, ມາດຕະການທີ່ໄດ້ວາງອອກເພື່ອແນໃສ່ຍູ້ແຮງການຈຳໜ່າຍ, ແນະນຳຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍ, ສົ່ງອອກສິນຄ້າ ຫວຽດນາມ ອອກສູ່ປະເທດຕ່າງໆ.

        ທ່ານ ຫງວຽນງອັກໝີ້, ປະທານກຸ່ມບໍລິສັດ VABIS Group, ຮອງປະທານສະຫະສະມາຄົມ ນັກທຸລະກິດລົງທຶນທີ່ຕ່າງປະເທດສະເໜີຕ້ອງເພີ່ມທະວີການໝູນໃຊ້ແຫ່ງກຳລັງຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ປະເທດຕ່າງໆ ໃນການແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ອອກສູ່ຕ່າງປະເທດ:

        “ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອງສ້າງຄວາມເຊື່ອໝັ້ນຈາກບັນດາບໍລິສັດພາຍໃນປະເທດ, ໃນນັ້ນສຳຄັນທີ່ສຸດແມ່ນສາງເກັບມ້ຽນ, ຈຳໜ່າຍບັນດາຜະລິດຕະພັນ, ປະເພດສິນຄ້າຍຸດທະສາດອາດສາມາດນຳເຂົ້າເຂດນັ້ນ. ຖ້າບັນດາປະເພດສິນຄ້າບັນລຸຄຸນນະພາບ, ຮູບແບບໄດ້ຮັບຄວາມນິຍົມຈາກປະຊາຊົນປະຈຳຖິ່ນນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າການສົ່ງອອກຂອງ ຫວຽດນາມ ຈະໄດ້ກ້າວຂຶ້ນອີກບາດກ້າວໜຶ່ງ”

ຕອບກັບ

ຂ່າວ/ບົດ​ອື່ນ