ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມ​ເພື່ອ​ດູ​ແລ, ຊ່ວຍ​ເຫຼືອ ແລະ ຕໍ່​ສູ້​ທ່ວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ​້​ຖືກ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ

(VOVWORLD) -ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ ອາເມລິກາ ໄດ້ນຳໃຊ້ໃນປາງສົງຄາມຢູ່ ຫວຽດນາມ ຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນແມ່ນບັນຫາທີ່ຮີບດ່ວນ, ທັງຍາວນານ, ທັງແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ. 
ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມ​ເພື່ອ​ດູ​ແລ, ຊ່ວຍ​ເຫຼືອ ແລະ ຕໍ່​ສູ້​ທ່ວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ​້​ຖືກ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດຕັ້ງພິທີລະນຶກເຖິງໄພພິບັດທາດພິດສີສົ້ມ ຢູ່ ຫວຽດນາມ ຄົບຮອບ 60 ປີ (10/08/1961 – 10/08/2021). ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ຊີ້ແຈ້ງວ່າ ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ ອາເມລິກາ ໄດ້ນຳໃຊ້ໃນປາງສົງຄາມຢູ່ ຫວຽດນາມ ຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນແມ່ນບັນຫາທີ່ຮີບດ່ວນ, ທັງຍາວນານ, ທັງແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ, ພິເສດແມ່ນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

        “ທາງສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຕ້ອງປ່ຽນແປງໃໝ່ວຽກງານໂຄສະນາສຶກສາ, ປຸກລະດົມຂົນຂວາຍເພື່ອໃຫ້ຫາງສຽງຢູ່ທັງພາຍໃນ ແລະ ຕ່າງປະເທດມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບໄພພິບັດທາດພິດສີສົ້ມຢູ່ ຫວຽດນາມ, ຈາກນັ້ນ ຕັ້ງໜ້າເຂົ້າຮ່ວມຕອບສະໜອງຂະບວນການ “ເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ດ້ວຍການກະທຳທີ່ລະອຽດ, ບົນເນື້ອໃນຈິດໃຈ “ບໍ່ປະໃຫ້ຜູ້ປະສົບເຄາະຮ້າຍຄົນໃດຖືກຕົກຢູ່ເບື້ອງຫຼັງ”. ຕ້ອງມີການເຄື່ອນໄຫວທີ່ແທດຈິງກວ່າເພື່ອເບິ່ງແຍງດູແລສຸຂະພາບ, ຊີວິດການເປັນຢູ່ ແລະ ການເຮັດວຽກຂອງຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາການປະຕິບັດລະບອບນະໂຍບາຍທີ່ມີຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ມອບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ