ລະດົມທຸກແຫຼ່ງກຳລັງເພື່ອຂົນສົ່ງທັນຍາຫານໃຫ້ປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ກວາງນາມ

(VOVWORLD) -ໃນວັນທີ 01 ພະຈິກ, ເຮືອບິນເອລີກອບເຕີ ໄດ້ຂົນສົ່ງສິນຄ້າ 4 ໂຕນ ເພື່ອກູ້ຊ່ວຍປະຊາຊົນຢູ່ບັນດາຕາແສງ ເຟື໊ອກລົກ, ເຟື໊ອກແທັ່ງ, ເມືອງ ເຟື໊ອກເຊີນ.
ລະດົມທຸກແຫຼ່ງກຳລັງເພື່ອຂົນສົ່ງທັນຍາຫານໃຫ້ປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ກວາງນາມ - ảnh 1 (ເຮືອບິນເອລີກອບເຕີ ໄດ້ຂົນສົ່ງສິນຄ້າ 4 ໂຕນ ເພື່ອກູ້ຊ່ວຍປະຊາຊົນ)

ວັນທີ 01 ພະຈິກ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ດຳເນີນການຂົນສົ່ງທັນຍາຫານໃຫ້ພໍ່ແມ່ປະຊາຊົນຢູ່ບັນດາຕາແສງທີ່ພວມຖືກຕັດຂາດຍ້ອນນ້ຳຖ້ວມຢູ່ເມືອງ ເຟື໊ອກເຊີນ, ແຂວງ ກວາງນາມ. ໃນວັນທີ 01 ພະຈິກ, ເຮືອບິນເອລີກອບເຕີ ໄດ້ຂົນສົ່ງສິນຄ້າ 4 ໂຕນ ເພື່ອກູ້ຊ່ວຍປະຊາຊົນຢູ່ບັນດາຕາແສງ ເຟື໊ອກລົກ, ເຟື໊ອກແທັ່ງ, ເມືອງ ເຟື໊ອກເຊີນ. ທ່ານພັນເອກ ຫງວຽນຫວຽດຮຸຸ່ງ, ຮອງຫົວໜ້າພະແນກອົບຮົມການທະຫານ ແລະ ການເມືອງກອງທັບ, ກອງພົນ 372, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ, ໃຫ້ຮູ້ວ່າ.

        “ນອກຈາກແຜນການຂົນສົ່ງທາງອາກາດແລ້ວ, ທາງທ້ອງຖິ່ນຍັງມີແຜນການຂົນສົ່ງທາງບົກອີກ. ກຳລັງທະຫານລາດປ້ອງກັນຕົວໄດ້ຫິ້ວເຄື່ອງຍ່າງໄປຜ່ານຫ້ວຍນ້ຳເພື່ອນຳສົ່ງທັນຍາຫານ, ເຄື່ອງຂອງທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ”.

        ກ່ອນໜ້ານັ້ນ, ມີລົດສະເພາະຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຈຳນວນ 5 ຄັນໄດ້ເລີ່ມເດີນທາງຈາກນະຄອນ ດ່ານັ້ງ ຂົນສົ່ງສິນຄ້າຈຳນວນ 6 ໂຕມມາເມືອງ ເຟື໊ອກເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ