ລະດົມບຸກຄົນ,ອົງການຈັດຕັ້ງເຂົ້າຮ່ວມການສົ່ງເສີມການຄ້າ

(VOVWORLD) - ບັນດາຜູ້ແທນເຫັນດີໂດຍຖືວ່າ ຕ້ອງສ້າງຕັ້ງ ແລະ ອະນຸຍາດສ້າງຕັ້ງບັນດາອົງການສົ່ງເສີມການຄ້າ. 
ລະດົມບຸກຄົນ,ອົງການຈັດຕັ້ງເຂົ້າຮ່ວມການສົ່ງເສີມການຄ້າ - ảnh 1ທ່ານ ໂງດຶກແມ້ງ, ສສຊ ແຂວງ ບິ່ງທ້ວນ ກ່າວຄຳເຫັນທີ່ກອງປະຊຸມ

ລະດົມບຸກຄົນ, ອົງການຈັດຕັ້ງເຂົ້າຮ່ວມການສົ່ງເສີມການຄ້າ - ນີ້ແມ່ນໜຶ່ງໃນບັນດາເນື້ອໃນເຊິ່ງສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍທ່ານໄດ້ເຕື້ອງເຖິງເມື່ອປຶກສາຫາລືຮ່າງກົດໝາຍຄຸ້ມຄອງການຄ້າຕ່າງປະເທດໃນວາລະປະຊຸມເມື່ອຕອນເຊົ້າວັນທີ 25 ພຶດສະພາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14. ບັນດາຜູ້ແທນເຫັນດີໂດຍຖືວ່າ ຕ້ອງສ້າງຕັ້ງ ແລະ ອະນຸຍາດສ້າງຕັ້ງບັນດາອົງການສົ່ງເສີມການຄ້າ. ຕາມນັ້ນແລ້ວ, ບັນດາສະມາຄົມ, ອົງການ, ສ່ວນບຸກຄົນລ້ວນແຕ່ມີສິດສ້າງຕັ້ງບັນດາອົງການສົ່ງເສີມການຄ້າ ຄຽງຂ້າງບັນດາອົງການຂອງລັດ. ເຖິງຢ່າງໃດກໍ່ຕາມ, ເພື່ອມີຄວາມເປັນເອກະພາບໃນການເຄື່ອນໄຫວສົ່ງເສີມດ້ານການຄ້າ, ທ່ານ ໂງດຶກແມ້ງ, ສສຊ ແຂວງ ບິ່ງທ້ວນ, ສະເໜີວ່າ:

“ພວກເຮົາສະໜັບສະໜູນ ແລະ ສົ່ງເສີມອົງການຈັ້ດຕັ້ງສ່ວນບຸກຄົນສົ່ງເສີມການຄ້າ ແຕ່ເພື່ອຍົກສູງຄຸນນະພາບການສົ່ງເສີມການຄ້າ, ຕ້ອງສ້າງຕັ້ງອົງການສົ່ງເສີມການຄ້າລະດັບຊາດ. ບັນຫາໃນປະຈຸບັນສຳລັບວຽກງານສົ່ງເສີມການຄ້ານັ້ນແມ່ນຂໍ້ມູນຂ່າວສານ, ແຫຼ່ງກຳລັງທີ່ເປັນຈຸດສຸມ. ດັ່ງນັ້ນ, ຕ້ອງຄິດໄລ່ຊັ່ງຊາເພື່ອມີບັນດາຂໍ້ກຳນົດສົ່ງເສີມການຄ້າລະດັບຊາດເພື່ອອາດຈະເຊື່ອມຕໍ່ບັນດາຂໍ້ມູນຂ່າວສານທັງໝົດ, ບັນດາວິສາຫະກິດພາຍໃນປະເທດ, ກັບບັນດາອົງການການຄ້າຢູ່ຕ່າງປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ