ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045

(VOVWORLD) -  ຕອນບ່າຍວັນທີ 19 ມັງກອນ ຢູ່ຮ່າໂນ້ຍ ໄດ້ໄຂລາຍການ Festival Startup 2022. ເຫດການດັ່ງກ່າວໂດຍ ວາລະສານ ເວທີປາໄສວິສາຫະກິດ (ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ - VCCI) ຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜູ້ຕາງໜ້າບາງອົງການຈັດຕັ້ງສາກົນ, ບັນດາອົງການຊຸກຍູ້ການ Startup, ຜູ້ໃຫ້ຄຳປຶກສາ, ນັກລົງທຶນ, ປະຊາຄົມວິສາຫະກິດ…

ກ່າວຄຳເຫັນໄຂ Festival Startup 2022, ທ່ານ ຟ້າມເຕິນກົງ, ປະທານ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເນັ້ນໜັກວ່າ ໃນທ່າອ່ຽງລວມຂອງໂລກ, ປີ 2021, ຫວຽດນາມ ກໍປະເຊີນໜ້າກັບຄວາມຫຍຸ້ງຍາກນາໆປະການ ແຕ່ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງມີຈຸດພົ້ນເດັ່ນ, ນັ້ນຄືພະລັງຊີວິດຂອງວິສາຫະກິດ ຫວຽດນາມ ແລະ ນ້ຳໃຈ Startup ດຳເນີນທຸລະກິດຂອງປະຊາຊົນ ຫວຽດນາມ. ສະເລ່ຍແຕ່ລະເດືອນໃນປີ 2021, ມີວິສາຫະກິດສ້າງຕັ້ງໃໝ່  ປະມານ 10.000 ແຫ່ງ ແລະ 3.300 ວິສາຫະກິດແມ່ນກັບມາເຄື່ອນໄຫວຄືນໃໝ່. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມສ້າງໂຄງປະກອບຄືນໃໝ່ ແລະ ການປັບຕົວຂອງຂົງເຂດວິສາຫະກິດໃນພື້ນຖານເສດຖະກິດ.

        ເພື່ອຮ່ວມແຮງຮ່ວມໃຈນໍາ ຫວຽດນາມ ກາຍເປັນປະເທດ ພັດທະນາ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ ແລະ ມີຄວາມຜາສຸກໃນປີ 2045 ນັ້ນ, VCCI ໃຫ້ຄຳໝັ້ນສັນຍາ ພ້ອມກັບບັນດາກະຊວງ, ຄະນະຂະແໜງການ, ອົງການຈັດຕັ້ງໃນທົ່ວປະເທດລະດົມສະຕິປັນຍາຂອງປະຊາຊົນຫວຽດນາມ ເພື່ອປະຕິບັດເປົ້າໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ