ລະດົມ​ແຫຼ່ງກໍາລັງ​ສັງຄົມ, ​ແກ້​ໄຂ​ຈຸດ​ອຸດ​ຕັນ, ຍົກ​ສູງ​ລັກສະນະ​ປະສິດທິ​ຜົນ​​ໃນ​ການ​ບໍລິຫານ​, ປະກອບສ່ວນ​ນໍາ​ເສດຖະກິດ ຫວຽດນາມ ບຸກທະລຸ

(VOVWORLD) -  ຕອນບ່າຍວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາກອງປະຊຸມອອນລາຍຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ກ່ຽວກັບການຜັນຂະຫຍາຍການປະຕິບັດ ມະຕິເລກທີ 01 ແລະ 02 ໃນປີ 2020 ຂອງລັດຖະບານ ດ້ວຍຫົວຂໍ້ “ແກ້ໄຂຈຸດອຸດຕັນ, ລະດົມແຫຼ່ງກໍາລັງສັງຄົມ, ເຄື່ອນໄຫວຢ່າງມີປະສິດທິຜົນ”.
ລະດົມ​ແຫຼ່ງກໍາລັງ​ສັງຄົມ, ​ແກ້​ໄຂ​ຈຸດ​ອຸດ​ຕັນ, ຍົກ​ສູງ​ລັກສະນະ​ປະສິດທິ​ຜົນ​​ໃນ​ການ​ບໍລິຫານ​, ປະກອບສ່ວນ​ນໍາ​ເສດຖະກິດ ຫວຽດນາມ ບຸກທະລຸ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີີລາຄາສູງຕໍ່ເລື່ອງ ກະຊວງແຜນການ ແລະ ການລົງທຶນ ໄດ້ເອົາໃຈໃສ່ສ້າງຮ່າງກົດໝາຍວ່າດ້ວຍການລົງທຶນພາກລັດ (ສະບັບປັບປຸງ) ແລະ ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ  ເຊິ່ງໄດ້ສ້າງບາດກ້າວບຸກທະລຸໃນການປະຕິບັດການລົງທຶນພາກລັດ.

        ສໍາລັບປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຫັນດີເປັນເອກະສັນກັບ ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບຫົວຂໍ້ເຄື່ອນໄຫວຂອງປີ 2020 ແມ່ນ: ແກ້ໄຂຈຸດອຸດຕັນ, ລະດົມແຫຼ່ງກໍາລັງສັງຄົມ, ເຄື່ອນໄຫວຢ່າງມີປະສິດທິຜົນ. ນະທີ່ນີ້, ທ່ານກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງກະຊວງແຜນການ ແລະ ການລົງທຶນໃນໄລຍະຈະມາເຖິງ, ທ່ານຖືວ່າ:

        “ກະຊວງສວມບົດບາດສໍາຄັນເໝືອນດັ່ງນັກຄະນິດສາດ, ກະຊວງຕ້ອງ ນໍາໜ້າໃນການແກ້ໄຂບັນດາບັນຫາທີ່ມີຄວາມຫຍຸ້ງຍາກກ່ຽວກັບການພັດທະນາປະເທດຊາດ, ໂດຍສະເພາະແມ່ນລະດົມແຫຼ່ງກໍາລັງ, ແກ້ໄຂຈຸດອຸດຕັນ, ຍົກສູງປະສິດທິຜົນໃນການບໍລິຫານ. ປີ 2020 ແມ່ນປີມີຄວາມໝາຍສໍາຄັນເປັນພິເສດ, ສະນັ້ນ ຮຽກຮ້ອງໃຫ້ກະຊວງ ຕ້ອງວາງແຜນ, ປະກອບຄໍາເຫັນເພື່ອໃຫ້ເສດຖະກິດຫວຽດນາມ ບັນລຸເປົ້າໝາຍທີ່ວາງອອກໂດຍໄວ, ສ້າງບາດກ້າວບຸກທະລຸຢູ່ທຸກຂອດ, ທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ, ເພື່ອປະຕິບັດມະຕິເລກທີ 01 , 02  ແລະ ມະຕິສະບັບຕ່າງໆຂອງລັດຖະບານ ໃຫ້ສໍາເລັດໂດຍໄວໃນປີ 2020”.

        ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າ ຄວນປຶກສາຫາລື, ສະເໜີໃຫ້ປ່ຽນຊື່ ກະຊວງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພັດທະນາກວ່າ, ໃນນັ້ນ ທ່ານສະເໜີ ສອງຊື່ ເພື່ອປຶກສາຫາລືກັນນັ້ນແມ່ນ ຄະນະກໍາມະການປະຕິຮູບປ່ຽນແປງໃໝ່ ຫຼື ກະຊວງເສດຖະກິດຍຸດທະສາດ ແລະ ພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ