ລະ​ດົມ​ແຫຼ່ງ​ກຳ​ລັງ​ແຮງ​ຂອງພາກ​ເອ​ກະ​ຊົນ​ຜ່ານ​ການ​ລົງທຶນ PPP

(VOVWORLD) -  ຕອນເຊົ້າວັນທີ 19 ພະຈິກ, ເມື່ອປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບຄູ່ຮ່ວມມື ພາກລັດ - ພາກເອກະຊົນ (PPP)
ລະ​ດົມ​ແຫຼ່ງ​ກຳ​ລັງ​ແຮງ​ຂອງພາກ​ເອ​ກະ​ຊົນ​ຜ່ານ​ການ​ລົງທຶນ PPP - ảnh 1ພາບປະກອບ (ພາບ: Quochoi.vn) 

ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເຫັນພ້ອມກັບຄວາມຈຳເປັນຂອງການປະກາດໃຊ້ ກົດໝາຍວ່າດ້ວຍ PPP, ຕີລາຄາການສ້າງກົດໝາຍ ເພື່ອແນໃສ່ຫັນບັນດາທັດສະນະ, ແຜນນະໂຍບາຍຂອງພັກ ເປັນລະບອບລະບຽບການ, ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ ປີ 2013 ກ່ຽວກັບການພັດທະນາລະບົບພື້ນຖານໂຄງລ່າງແຫ່ງຊາດເວົ້າລວມ ແລະ ລະດົມແຫຼ່ງກຳລັງຈາກເອກະຊົນຜ່ານການລົງທຶນ PPP ເວົ້າສະເພາະເປັນລະອຽດ. ທ່ານ ເຈິ່ນວັນເລິມ, ສະມາຊິກສະພາແຫ່ງຊາດແຂວງ ບັກຢາງ ປະກອບຄຳຄິດເຫັນວ່າ:

        ນີ້ແມ່ນແຜນນະໂຍບາຍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງ, ສ້າງພື້ນຖານນິຕິກຳທີ່ໝັ້ນຄົງ, ມີສະຖຽນລະພາບ, ປະກອບສ່ວນໃນເຮັດໃຫ້ສະພາບແວດລ້ອມ ແຫ່ງ ການດຳເນີນທຸລະກິດໃຫ້ໂປ່ງໃສ, ກໍ່ຄືສ້າງກາລະໂອກາດເພື່ອດຶງດູດບັນດາແຫຼ່ງກຳລັງອັນຍິ່ງໃຫຍ່ ຈາກ ພາກເອກະຊົນ ໃຫ້ແກ່ການຜັນຂະຫຍາຍບັນດາໂຄງການສຳຄັນຂອງປະເທດຊາດໃນໄລຍະຈະມາເຖິງ.

        ໂດຍເຫັນດີກັບການປະກາດໃຊ້ກົດໝາຍ ວ່າດ້ວຍ PPP, ທ່ານຫງວຽນຕຽນຊິງ, ສະມາຊິກສະພາແຫ່ງຊາດແຂວງ ຮ່ວາບີ່ງ ໃຫ້ຮູ້ວ່າ:

        ບັນດາຫຼັກການ ແລະ ທັດສະນະທີ່ຈຳເປັນ ຕ້ອງໄດ້ສະແດງອອກໃນຮ່າງກົດໝາຍເພື່ອສ້າງລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສົມບູນແບບ, ກຳນົດທິດສັງຄົມນິຍົມ, ສ້າງກົດໝາຍທີ່ມີຄຸນຄ່າດ້ານນິຕິກຳສູງສຸດ, ສ້າງກົນໄກເພື່ອລະດົມບັນດາແຫຼ່ງກຳລັງໃຫ້ແກ່ການສ້າງສາ ແລະ ພັດທະນາປະເທດ, ຮັບປະກັນບັນດາຂໍ້ກຳນົດຂອງກົດໝາຍ, ປະຕິບັດຕາມຫຼັກການການຕະຫຼາດ, ຖືຜົນປະໂຫຍດຂອງປະຊາຊົນ, ຂອງລັດ, ຂອງນັກລົງທຶນເປັນໃຈກາງເມື່ອສ້າງນະໂຍບາຍ.  

ຕອບກັບ

ຂ່າວ/ບົດ​ອື່ນ