ລະນຶກ 2 ປີຫຼັງໄພພິບັດຢູ່ຍີ່ປຸ່ນ

ລະນຶກ 2 ປີຫຼັງໄພພິບັດຢູ່ຍີ່ປຸ່ນ - ảnh 1
(ພາບປະກອບ:
tamnhin.net)

(vovworld)-​  “ການ​ຟື້ນ​ຕົວ“ ​ແມ່ນ​ຫົວ​ເລື່ອງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ການ​ປຶກສາ​ຫາລື​ພາບ​ສາລະ​ຄະດີ​ກ່ຽວ​ກັບ​ໄພພິບັດ​ແຜ່ນດິນ​ໄຫວ-​ຄື້ນຟອງ​ທີ່​ຮ້າຍ​ແຮງ ຊື່​ງ ຈັດ​ຂຶ້ນ​ໃນວັນ​ທີ 11/3, ຢູ່​ຮ່າ​ໂນ້ຍ, ພາຍ​ຫລັງ​ເກີດ​ໄພພິບັດແຜ່ນດິນ​ໄຫວ-​ຄື້ນຟອງ​ທີ່​ຮ້າຍ​ແຮງຢູ່​ທິດຕາ​ເວັນ​ອອກປະ​ເທດ​ຍີ່ປຸ່ນ ​ເປັນ​ເວລາ 2 ປີ. ນັກ​ປະຖະກະຖາ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ທ່ານ Nakamura Yoshinobu ນັກ​ຂ່າວ​ໜັງສືພິມ Asahi ຜູ້​ທີ່​ໄດ້​ໃຫ້​ຂ່າວ​ໂດຍ​ກົງ​ຢູ່​ເຂດ​ເກີດ​ເຫດແຜ່ນດິນ​ໄຫວ-​ຄື້ນຟອງ​ທີ່​ຮ້າຍ​ແຮງ​ເມື່ອ 2 ປີ​ກ່ອນ. ບົດ​ປະຖະກະຖາ​ໄດ້​ກ່າວ​ເຖິງ​ວິ​ວັດການ​ສ້າງສາ​ປະ​ເທດ​ຊາດ​ຄືນ​ໃໝ່​ຂອງ​ປະຊາຊົນ​ຍີ່ປຸ່ນ ພາຍຫຼັງ​ໄພພິບັດ​ທຳ​ມະ​ຊາດ, ​ແບ່ງປັນ​ຄວາມ​ເຈັບ​ປວດ ​ເສຍ​ຫາຍ ​ແລະ ການ​ສະໜັບສະໜູນ​ຢ່າງ​ຈິງ​ໃຈ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆທີ່​ມີ​ຕໍ່​ຍີ່ປຸ່ນ, ກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມ, ຄວາມ​ສາມັກຄີ ​ແລະ ຄວາມ​ເຊື່ອໝັ້ນຂອງ​ປະຊາຊົນ​ຍີ່ປຸ່ນ ຕໍ່​ການ​ຟື້ນ​ຟູ​ຢ່າງ​ແຮງ​ຫຼັງ​ໄພພິບັດ…​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Shimon Tokyama ຮອງ​ປະທານ​ຂັ້ນສູງ ຫົວໜ້າຜູ້​ຕາງ​ໜ້າກຸ່ມ​ບໍລິສັດ Misubishi Corporation ປະຈຳ​ຫວຽ​ດນາມ, ຫົວໜ່ວຍ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ແບ່ງປັນ​ວ່າ:

  “ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ ​ແລະ ຮ່ຳຮຽນ​​ເອົາ​ບົດຮຽນ​ກ່ຽວ​ກັຍສິ່ງ​ທີ່​ມີ​ປະ​ໂຫຍ​ດ, ພິ​ເສດ​ແມ່ນ​ວຽກ​ງານ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ບັນດາ​ກໍລະນີ​ເກີ​ດ​ໄພ​ທຳ​ມະ​ຊາດ​ຄ້າຍຄື​ກັນ​ຢູ່​ຫວຽດນາມ ​ໃນ​ອະ​ນາຄົດ, ຍິ່ງ​ໄປ​ກ່ວານັ້ນ​ແມ່ນ​ນ້ຳ​ໃຈ​ສາມັກຄີ ​ແລະ ກຳລັງ​ແຮງ​ກ້າ​ຂອງ​ປະຊາຊົນຍິ່ປຸ່ນ ​ໃນ​ຕະຫຼອດ​ໄລຍະ​ເວລາ​ຫຍູ້​ງຍາກ ​ແລະ ​ເຈັບ​ປວດ​ທີ່​ສຸດ. ພວກຂ້າພະ​ເຈົ້າຂໍ​ຂອບ​ອົກ​ຂອບໃຈ​ຕໍ່​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ປະຊາຊົນ​ຍີ່ປຸ່ນ ​ແລະ ປາດ​ຖະໜາ​ວ່າ ນ້ຳໃຈ​ສາມັກຄີ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ

ຂ່າວ/ບົດ​ອື່ນ