ລະບົບ THAAD ຢູ່ ສ.ເກົາຫຼີ ເລີ່ມເຂົ້າເຄື່ອນໄຫວ

(VOVWORLD) - ແຈ້ງການດັ່ງກ່າວໄດ້ຍົກອອກ ພາຍຫລັງ USFK ເລີ່ມຕົ້ນຕິດຕັ້ງລະບົບ THAAD ຢູ່ເທດສະບານເມືອງ Seongji ແຂວງ Gyeongsang 

ລະບົບ THAAD ຢູ່ ສ.ເກົາຫຼີ ເລີ່ມເຂົ້າເຄື່ອນໄຫວ - ảnh 1 ລະບົບ THAAD ຢູ່ ສ.ເກົາຫຼີ ເລີ່ມເຂົ້າເຄື່ອນໄຫວ

(ພາບ : AFP/ TTXVN)

(vovworld) – ວັນທີ 02/05, ວົງການເຈົ້າໜ້າທີ່ການທະຫານຂຶ້ນກັບກຳລັງທະຫານ ອາເມລິກາ ຢູ່ ສ.ເກົາຫຼີ (USFK) ຢືນຢັນວ່າ ລະບົບປ້ອງກັນລູກສອນໄຟໄລຍະໄກຄັ້ງສຸດທ້າຍ (THAAD) ຊຶ່ງ ວໍຊິງຕັນ ຜັນຂະຫຍາຍຢູ່ ສ.ເກົາຫຼີ ໄດ້ເລີ່ມເຂົ້າເຄື່ອນໄຫວ. ໃນຖະແຫຼງການດ້ວຍຈົດໝາຍເອເລັກໂຕນິກ, ໂຄສົກ USFK ພັນເອກ Rob Manning ຊີ້ແຈ້ງວ່າ USFK ຮັບຮູ້ລະບົບ THAAD ໄດ້ເລີ່ມເຂົ້າເຄື່ອນໄຫວ ແລະ ສາມາດຕີສະກັດລູກສອນໄຟຂອງ ສປປ.ເກົາຫຼີ ເພື່ອປົກປ້ອງ ສ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ ຕາມທ່ານ Rob Manning ແລ້ວ ປະຈຸບັນ ລະບົບດັ່ງກ່າວພຽງແຕ່ມີຄວາມສາມາດຕີສະກັດຢູ່ໃນລະດັບຂັ້ນຕົ້ນເທົ່ານັ້ນ ແລະ ຈະໄດ້ຍົກລະດັບໃນທ້າຍປີນີ້.

        ແຈ້ງການດັ່ງກ່າວໄດ້ຍົກອອກ ພາຍຫລັງ USFK ເລີ່ມຕົ້ນຕິດຕັ້ງລະບົບ THAAD ຢູ່ເທດສະບານເມືອງ Seongji ແຂວງ Gyeongsang ເໜືອ ຫ່າງຈາກນະຄອນຫລວງ ເຊີອູນ 300 ກມ ໄປທາງທິດຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ