ລະ​ບົບ​ພາ​ສາ​ອັງ​ກິດ ອາ​ຊີ ຈັດ​ເຂົ້າ​ Top 10 ເຄື່ອງ​ໝາຍ​ການ​ຄ້າ​ແຖວ​ໜ້າ​ ຫວຽດ​ນາມ

(VOVWORLD) -        ຕອນຄ່ຳວັນທີ 17 ມັງກອນ, ລະບົບພາສາອັງກິດ ອາຊີ (ACE) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງ ແລະ ຮັບນາມມະຍົດ Top 10 ເຄື່ອງໝາຍການຄ້າ ແຖວໜ້າ ຫວຽດນາມ.
ລະ​ບົບ​ພາ​ສາ​ອັງ​ກິດ ອາ​ຊີ ຈັດ​ເຂົ້າ​ Top 10 ເຄື່ອງ​ໝາຍ​ການ​ຄ້າ​ແຖວ​ໜ້າ​ ຫວຽດ​ນາມ - ảnh 1ACE ໄດ້ຢັ້ງຢືນທີ່ຕັ້ງ, ສ້າງຄວາມໄວ້ວາງໃຈຕໍ່ຜູ້ຮຽນພາສາ ແລະ ຂະແໜງການສຶກສາເທື່ອລະກ້າວ(ພາບ: baogialai.com.vn)

ໂດຍໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2005, ດ້ວຍໄລຍະພັດທະນາມາເປັນເວລາ 15 ປີ, ACE ໄດ້ຢັ້ງຢືນທີ່ຕັ້ງ, ສ້າງຄວາມໄວ້ວາງໃຈຕໍ່ຜູ້ຮຽນພາສາ ແລະ ຂະແໜງການສຶກສາເທື່ອລະກ້າວ; ກາຍເປັນສະຖານທີ່ມີອິດທິພົນຊື່ສຽງໃນຂົງເຂດບຳລຸງສ້າງພາສາອັງກິດ. ມາຮອດປັດຈຸບັນ, ທັງລະບົບ ມີກວ່າ 30 ສາຂາ ຕັ້ງຢູ່ບັນດາເມືອງໃນບໍລິເວນນະຄອນ ໂຮ່ຈີມິນ ແລະ ບາງແຂວງໃກ້ຄຽງ.

ທີ່ພິທີ, ACE ໄດ້ຮັບໃບຍ້ອງຍໍຈາກພະແນກສຶກສາ ແລະ ບຳລງຸສ້າງ ນະຄອນ ໂຮ່ຈີມິນ ວ່າ ແມ່ນຫົວໜ່ວຍບຳລຸງສ້າງພາສາ ອັງກິດ ມີອິດທິພົນຊື່ສຽງ. ໃນປີ 2020, ລະບົບພາສາອັງກິດ ອາຊີ ໄດ້ຈັດເຂົ້າ Top 10 ເຄື່ອງໝາຍການຄ້າແຖວໜ້າຂອງ ຫວຽດນາມ.

       


ຕອບກັບ

ຂ່າວ/ບົດ​ອື່ນ