ລະ​ມັດ​ລະ​ວັງ​ໃນ​ການອະ​ນຸ​ຍາດ​ໃຫ້ຄົນ​ເຂົ້າ​​ເມືອງ ຫວຽດ​ນາມ

(VOVWORLD) -ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ຈົ່ງເພີ່ມທະວີການຄຸ້ມຄອງການເຂົ້າ - ອອກເມືອງຜ່ານດ່ານຊາຍແດນທາງບົກ, ທາງນ້ຳ, ທາງທະເລ  ແລະ ສົມທົບກັບບັນດາແຂວງ, ນະຄອນ ຊີ້ນຳອຳນາດການປົກຄອງຂັ້ນຮາກຖານ ເພີ່ມທະວີການໂຄສະນາ, ຂົນຂວາຍບັນດາຄອບຄົວທີ່ມີຍາດຕິພີ່ນ້ອງພວມຢູ່ຕ່າງປະເທດ ແລະ ຢາກກັບເມືອປະເທດ ບໍ່ຄວນເຂົ້າເມືອງແບບຜິດກົດໝາຍຢ່າງເດັດຂາດ.
ລະ​ມັດ​ລະ​ວັງ​ໃນ​ການອະ​ນຸ​ຍາດ​ໃຫ້ຄົນ​ເຂົ້າ​​ເມືອງ ຫວຽດ​ນາມ - ảnh 1ເຮືອບິນໄປຮັບພົນລະເມືອງກັບເມືອປະເທດແຕ່ລະຖ້ຽວ ຕ້ອງໄດ້ຮັບຄວາມເຫັນດີເປັນເອກະພາບຈາກບັນດາກະຊວງ ແລ້ວລາຍງານຕໍ່ນາຍົກລັດຖະມົນຕີພິຈາລະນາ ແລະ ຕົກລົງ (ພາບປະກອບ: tienphong.vn)

ຍ້ອນປະກົດມີສາຍພັນໃໝ່ຂອງ ໄວຣັດ SARS – CoV – 2  ທີ່ໄດ້ແຜ່ລະບາດຢ່າງວ່ອງໄວຢູ່ຫຼາຍປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຊີ້ນຳວ່າ ນັບແຕ່ນີ້ຈົນຮອດບຸນປີໃໝ່ປະຈຳຊາດ, ກໍລະນີທີ່ມີຄວາມຈຳເປັນແທ້ ແລະ ເຮືອບິນໄປຮັບພົນລະເມືອງກັບເມືອປະເທດແຕ່ລະຖ້ຽວ ຕ້ອງໄດ້ຮັບຄວາມເຫັນດີເປັນເອກະພາບຈາກບັນດາກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງຄົມມະນາຄົມ-ຂົນສົ່ງ ແລ້ວລາຍງານຕໍ່ນາຍົກລັດຖະມົນຕີພິຈາລະນາ ແລະ ຕົກລົງ. ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງເພີ່ມທະວີການກວດກາບັນດາສະຖານທີ່ແຍກຕົວໃຫ້ຮັບປະກັນການປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ. ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ຈົ່ງເພີ່ມທະວີການຄຸ້ມຄອງການເຂົ້າ - ອອກເມືອງຜ່ານດ່ານຊາຍແດນທາງບົກ, ທາງນ້ຳ, ທາງທະເລ  ແລະ ສົມທົບກັບບັນດາແຂວງ, ນະຄອນ ຊີ້ນຳອຳນາດການປົກຄອງຂັ້ນຮາກຖານ ເພີ່ມທະວີການໂຄສະນາ, ຂົນຂວາຍບັນດາຄອບຄົວທີ່ມີຍາດຕິພີ່ນ້ອງພວມຢູ່ຕ່າງປະເທດ ແລະ ຢາກກັບເມືອປະເທດ ບໍ່ຄວນເຂົ້າເມືອງແບບຜິດກົດໝາຍຢ່າງເດັດຂາດ. ພາຍຫຼັງໂອກາດບຸນປີໃໝ່ປະຈຳຊາດ, ກະຊວງຄົມມະນາຄົມ - ຂົນສົ່ງ ຈົ່ງຄົ້ນຄວ້າ, ຊຸກຍູ້ການເຊື່ອມຕໍ່ສາຍການບິນການຄ້າ ໄປຍັງບັນດາປະເທດເປັນປົກກະຕິ ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແນໃສ່ຮັບໃຊ້ “ເປົ້າໝາຍຄວບຄູ່” ແລະ ຕອບສະໜອງຄວາມຕ້ອງການໄປ - ມາຂອງພົນລະເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ