ລາຄານ້ຳມັນໂລກເພີ່ມຂຶ້ນຄືນໃໝ່

ລາຄານ້ຳມັນໂລກເພີ່ມຂຶ້ນຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 21/01 ​ຕະຫລາດ​ນ້ຳມັນມີ​ສັນຍານ​ດີ​ພໍ​ສົມຄວນ ​ເມື່ອ​ລາຄາ​ນ້ຳມັນ​ໄດ້​ເພີ່ມ​ຂຶ້ນ​ຄືນ​ໃໝ່ ດ້ວຍ​ລະດັບ​ສູງ​ສຸດ​ນັບແຕ່ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ສິ້ນ​ສຸດ​ວາລະທຸລະ​ກຳ​ໃນ​ວັນ​ດຽວ​ກັນ, ລາຄາ​ນ້ຳມັນ WTI ຂອງ ອາ​ເມ​ລະກາ ​ໃນ​ເດືອນ 3/2015 ​ເພີ່ມ​ 1,18 USD (​ເທ​ົ່າກັບ 4,2%) ຂຶ້ນ​ເຖິງ 29,53 USD/ຖັງ. ລາຄາ​ນ້ຳມັນ Brent ທະ​ເລ​ເໜືອ​​ໃນ​ເດືອນ 3/2016 ​ເພີ່ມ​ 1,37 USD ​ເທົ່າ​ກັບ 4,9% ຂຶ້ນ​ເຖິງ 29,25 USD/ຖັງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ລາຄາ​ນ້ຳມັນ Brent ​ໄດ້​ຫລຸດ​ລົງ 25%.

 

ຂ່າວ/ບົດ​ອື່ນ