ລາງວັນ Nobel ສັນຕິພາບປີ 2012 ແມ່ນໄດ້ແກ່ ສະຫະພາບເອີລົບ EU

ລາງວັນ Nobel ສັນຕິພາບປີ 2012 ແມ່ນໄດ້ແກ່ ສະຫະພາບເອີລົບ EU - ảnh 1
​ພິທີ​ປະກາດມອບ​ລາງວັນ Nobel ສັນຕິພາບ​ປີ 2012 ​ໃຫ້​ແກ່ EU
(ພາບ: AP)


Vovworld- ສາມາດ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ນັບ​ທັງ​ໃນ​ໄລຍະ​ວິ​ກິດ​ການ, ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຄະນະ​ກຳມະການ​ມອບ​ລາງວັນ Nobel ຕົກລົງ​ມອບ​ລາງວັນ Nobel ສັນຕິພາບ​ປີ 2012 ​ໃຫ້​ແກ່​ສະຫະພາບ​ເອີ​ລົບ EU. ​ໃນ​ພິທີ​ປະກາດ​ຊຶ່ງ​ຈັດ​ຂຶ້ນ​ຢູ່ ອົດ​ໂລ ປະ​ເທດ​ນອກ​ແວ ​ເມື່ອ​ວັນ​ທີ 12/10, ທ່ານ Thorbjoern Jagland ປະທານ ຄະນະ​ກຳມະການ​ມອບ​ລາງວັນ Nobel ​ເນັ້ນ​ໜັກ​ວ່າ ​ໃນ 60 ກ່ວາປີ​ທີ່​ຜ່ານ​ມາ, ສະຫະພາບ​ເອີ​ລົບ EU ​ແລະ ບັນດາ​ອົງການ​ເປັນ​ຕົ້ນ​ກຳ​ເນີ​ດຂອງ  EU ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ, ການ​ໄກ​ເກ່ຍ, ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ຢູ່​ເອີ​ລົບ. ​ໂດຍ​ບໍ່​ຫົວຊາ​ຕໍ່​ວິ​ກິດ​ການ​ໜີ້​ສາທາລະນະ​ຊຶ່ງ​ພວມ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ພື້ນ​ຖານ​ເສດຖະກິດ​ເອີ​ລົບ​ນັ້ນ, ສະຫະພາບ​ເອີ​ລົບ EU ຍັງ​ຄົງ​ຂະຫຍາຍຕົວ ປຽບ​ເໝືອນ​ຕະຫຼາດ​ຮ່ວມ​ໃຫຍ່​ກ່ວາ​ໝູ່​ຂອງ​ໂລກ ​ເຊິ່ງ​ຢູ່​ນີ້, ສິນຄ້າ, ມະນຸດ, ການ​ບໍລິການ ​ແລະ ທຶນຮອນ​ສາມາດ​ຈໍລະ​ຈອນ​ໄດ້​ຢ່າງ​ເສລີ.

 

 

 

ຂ່າວ/ບົດ​ອື່ນ