ລາງວັນ Sao Khue 2012

 ລາງວັນ Sao Khue 2012 - ảnh 1
ພາບ: ອິນເຕີແນັດ

( vovworld ) – ວັນ​ທີ 22/4, ຢູ່​ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ (VINASA) ​ໄດ້​ຈັດ​ພິທີ​ລະນຶກ 10 ​ແຫ່ງ​ວັນ​ສ້າ​ງຕັ້ງ ​ແລະ ປະກາດ​ມອບນາມມະຍົດ Sao Khue 2012 ​ໃຫ້​ແກ່ບັນດາ​ຜະລິດ​ຕະພັນ, ການ​ບໍລິການ ​ແລະ ມາດ​ຕະການ​ຊອບ​ແວ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ ດີ​ເດັ່ນ​ປີ 2012. ​ເນື່ອງ​ໃນ​ໂອກາດ​ນີ້, VINASA ​ເປັນ​ກຽດ​ໄດ້​ຮັບ​ໃບ​ຍ້ອງຍໍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໂດຍ​ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ມອບ​ໃຫ້. ປີ​ນີ້, ຄະນະ​ຈັດຕັ້ງ​ໄດ້​ຮັບ​ຮູ້ນາມມະຍົດ Sao Khue 2012 ​ໃຫ້​ແກ່ 50 ຜະລິດ​ຕະພັນ​ຊອບ​ແວ ​ແລະ 15 ການ​ບໍລິການເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານດີ​ເດັ່ນ​ກ່ວາ​ໝູ່.

ຂ່າວ/ບົດ​ອື່ນ