ລາງວັນ ກ໊ອຟ ຢູ່ສ. ເຊັກໂກ ເຮັດໃຫ້ຊາວ ຫວຽດນາມ ຢູ່ເອີລົບ ສະໜິດຕິດພັນນຳກັນ

(VOVWORLD) - ວັນທີ 2 ກໍລະກົດ, ນັກຕີ ກ໊ອຟ 315 ຄົນທີ່ມາຈາກ 11 ປະເທດ ເອີລົບ ແລະ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນຊິງລາງວັນ ກ໊ອຟ ສ. ເຊັກໂກ ເປີດກ້ວາງ 2017. 
ລາງວັນ ກ໊ອຟ ຢູ່ສ. ເຊັກໂກ ເຮັດໃຫ້ຊາວ ຫວຽດນາມ ຢູ່ເອີລົບ ສະໜິດຕິດພັນນຳກັນ - ảnh 1 ການແຂ່ງຂັນນີ້ນອນໃນລະບົບລາງວັນຊິງຊະນະເລີດ ກ໊ອຟ

ລາງວັນໂດຍສະໂມສອນ ກ໊ອຟ ຫວຽດນາມ - ເຊັກໂກ ສົມທົບກັບສະມາຄົມຊາວ ຫວຽດນາມ ຢູ່ ສ. ເຊັກໂກ ຈັດຕັ້ງການແຂ່ງຂັນນີ້ນອນໃນລະບົບລາງວັນຊິງຊະນະເລີດ ກ໊ອຟ ສະຫງວນໃຫ້ຊາວ ຫວຽດນາມ ໃນທົ່ວເອີລົບ. ລາງວັນໄດ້ຮັບການຈັດຕັ້ງປະຈຳປີເພື່ອແນໃສ່ລະດົມຂະບວນການຫຼິ້ນ ກ໊ອຟ ຢູ່ ສ. ເຊັກໂກ ເວົ້າສະເພາະ ແລະ ເອີລົບ ເວົ້າລວມ. ອ້າຍ ຫງວຽນຢາບ໋າວ, ມາຈາກ ລັດເຊຍ ໃຫ້ຮູ້ວ່າ:

        “ຜ່ານການແຂ່ງຂັນຊິງລາງວັນ tennis ກ່ອນນີ້ 8 -9 ປີ ໄດ້ສະແດງໃຫ້ເຫັນວ່າປະຊາຄົມຂອງພວກເຮົາຢູ່ ເອີລົບ ມີຄວາມສະໜິດຕິດພັນນຳກັນ. ສະນັ້ນ, ພວກຂ້າພະເຈົ້າຈຶ່ງເຂົ້າຮ່ວມການແຂ່ງຂັນຊິງລາງວັນ ກ໊ອຟ ຄັ້ງນີ້. ຂ້າພະເຈົ້າເຫັນວ່າການແຂ່ງຂັນຊິງ ລາງວັນຕີ ກ໊ອຟ ນີ້ແມ່ນໜຶ່ງໃນລາງວັນຂະໜາດໃຫຍ່ ແລະ ອາດຈະຊ່ວຍໃຫ້ປະຊາຄົມທີ່ຫ່າງຈາກກັບບ້ານເກີດເມືອງນອນມີຄວາມສະໜິດຕິດພັນນຳກັນກ່ວາ. ນີ້ແມ່ນສິ່ງດີເລີດ.”

ຕອບກັບ

ຂ່າວ/ບົດ​ອື່ນ