ລາງວັນ “ຜະລິດຕະພັນເຕັກໂນໂລຢີ ດິຈີຕອນ Make in Viet Nam” ປະກອບສ່ວນສຳຄັນເຂົ້າໃນ ກິດຈະການຫັນ ເປັນດິຈິຕອນ

(VOVWORLD) -ແຕ່ວັນທີ 22 ມິຖຸນາ ຫາວັນທີ 22 ກັນຍາ 2022, ຄະນະຈັດຕັ້ງການແຂ່ງຂັນຊີງລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Việt Nam” ຈະໄດ້ຮັບ ເອກະສານສະໝັກເຂົ້າຮ່ວມການແຂ່ງຂັນຊີງລາງວັນ 2022
ລາງວັນ “ຜະລິດຕະພັນເຕັກໂນໂລຢີ ດິຈີຕອນ Make in Viet Nam” ປະກອບສ່ວນສຳຄັນເຂົ້າໃນ ກິດຈະການຫັນ ເປັນດິຈິຕອນ - ảnh 1ການແຂ່ງຂັນຊີງລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Việt Nam” ໄດ້ຖືກປຸກລະດົມຢ່າງເປັນທາງການ

     ບັນດາລາງວັນເຕັກໂນໂລຢີ ດິຈີຕອນທີ່ດີເດັ່ນໃນປີນີ້ ຈະມອບເປັນ 4 ປະເພດຄື ຜະລິດຕະພັນດີຈີຕອນດີເລີດໃຫ້ແກ່ ລັດຖະບານດິຈິຕອນ, ຜະລິດຕະພັນດິຈິຕອນທີ່ດີເດັ່ນສໍາລັບເສດຖະກິດດິຈິຕອນ, ຜະລິດຕະພັນດິຈິຕອນດີເດັ່ນສໍາລັບສັງຄົມດິຈິຕອນແລະຜະລິດຕະພັນດິຈິຕອນທີ່ມີທ່າແຮງບົ່ມຊ້ອນ.     ສະເພາະ ລາງວັນຜະລິດຕະພັນດິຈິຕອນທີ່ມີທ່າແຮງບົ່ມຊ້ອນພຽງຈະນຳໃຊ້ສຳລັບບັນດາອົງການເຄື່ອນໄຫວພາລະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຫຼືວິສາຫະກິດເລີ່ມຕົ້ນທຸລະກິດ ທີ່ມີຫົວຄິດປະດິດສ້າງເທົ່ານັ້ນ. ແຕ່ລະປະເພດລາງວັນຈະມີລາງວັນຄຳ, ເງິນ, ທອງແດງ ແລະ 10 ຜະລິດຕະພັນດີເດັ່ນ,

       ທ່ານ ຟ້າມດຶກລອງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ຮອງຫົວໜ້າຄະນະຈັດຕັ້ງການແຂ່ງຂັນມອບລາງວັນໃຫ້ຮູ້ວ່າ: ນີ້ແມ່ນປີທີ 3 ທີ່ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຈັດຕັ້ງລາງວັນນີ້, ເພື່ອແນໃສ່ເຊີດຊູບັນດາຜະລິດຕະພັນເຕັກໂນໂລຢີດີຈີຕອນທີ່ດີເດັ່ນທີ່ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ການນຳການເຄື່ອນໄຫວຂອງປະຊາຊົນ ແລະ ວິສາຫະກິດເຂົ້າສູ່ສະພາບແວດລ້ອມດີຈີຕອນ, ປະກອບສ່ວນຊຸກຍູ້ການພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ