ລາງວັນ “ວິ​ສາ​ຫະ​ກິດ​ດີ​ເດັ່ນ ເພື່ອ​ຊາວ​ຜູ້​ອອກ​ແຮງ​ງານ” ປີ 2019 – 2020

(VOVWORLD) -ຕອນບ່າຍວັນທີ 28 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວກ່ຽວກັບ ລາງວັນ “ວິສາຫະກິດດີເດັ່ນ ເພື່ອຊາວຜູ້ອອກແຮງງານ” ປີ 2019 – 2020.
ລາງວັນ “ວິ​ສາ​ຫະ​ກິດ​ດີ​ເດັ່ນ ເພື່ອ​ຊາວ​ຜູ້​ອອກ​ແຮງ​ງານ” ປີ 2019 – 2020 - ảnh 1ທ່ານຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເງາະຢຸຍຫຽວ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: laodongthudo.vn)

 ປີ 2019, ສະພາຈັດຕັ້ງລາງວັນດັ່ງກ່າວ ໄດ້ຕົກລົງເປັນເອກະພາບວ່າ ຈະຄັດເລືອກເອົາວິສາຫະກິດ 50 ແຫ່ງໄດ້ຮັບນາມມະຍົດ ວິສາຫະກິດ ເພື່ອຊາວຜູ້ອອກແຮງງານ, ວິສາຫະກິດ 30 ແຫ່ງ ໄດ້ຮັບໃບຍ້ອງຍໍຈາກບັນດາອົງການ: ສະຫະພັນໃຫຍ່ແຮງງານຫວຽດນາມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ. ປີ 2020, ຈະຄັດເລືອກເອົາວິສາຫະກິດດີເດັ່ນ 8 ແຫ່ງ ໃນຈຳນວນ 184 ແຫ່ງ ທີ່ຖືກຈັດອັນດັບໃນ 3 ປີຄື 2017, 2018, 2019 ເພື່ອມອບລາງວັນ.

        ພິທີຍ້ອງຍໍຊົມເຊີຍບັນດາວິສາຫະກິດດີເດັ່ນເພື່ອຊາວຜູ້ອອກແຮງງານຈະຖືກຈັດຂຶ້ນໃນວັນທີ 2 ຕຸລາ ຢູ່ຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ