ລາງວັນຊາວໜຸ່ມຫວຽດນາມ ດີເດັ່ນ ປີ 2018

(VOVWORLD) -ວັນທີ 19 ມີນາ ຈະມາເຖິງ ຈະຈັດຕັ້ງພິທີຍ້ອງຍໍຊົມເຊີຍຊາວໜຸ່ມຫວຽດນາມ ດີເດັ່ນ ປີ 2018.
ລາງວັນຊາວໜຸ່ມຫວຽດນາມ ດີເດັ່ນ ປີ 2018 - ảnh 1 ການຖະແຫຼງຂ່າວ ແນະນໍາກ່ຽວກັບການເຄື່ອນໄຫວຄັດເລືອກ ແລະ ເຊີດຊູ ລາງວັນຊາວໜຸ່ມຫວຽດນາມ ດີເດັ່ນ ປີ 2018 (ພາບ: tuoitre.vn)

ນີ້ແມ່ນຂໍ້ມູນຂ່າວ ທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວ ແນະນໍາກ່ຽວກັບການເຄື່ອນໄຫວຄັດເລືອກ ແລະ ເຊີດຊູ ລາງວັນຊາວໜຸ່ມຫວຽດນາມ ດີເດັ່ນ ປີ 2018 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກອງທຶນໜູນຊ່ວຍຄວາມເກັ່ງກ້າສາມາດໄວໜຸ່ມຫວຽດນາມ ຈັດຕັ້ງ ໃນຕອນບ່າຍວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ. ປີ 2018, ຄະນະຈັດຕັ້ງຄັດເລືອກລາງວັນ ໄດ້ຮັບເອກະສານຖືກຕາມລະບຽບການ 137 ສະບັບ, ໂດຍໄດ້ຮັບການສະເໜີມາຈາກ 48 ຫົວໜ່ວຍ ເພື່ອພິຈາລະນາ ຄັດເລືອກເອົາຊາວໜຸ່ມຫວຽດນາມ ທີ່ດີເດັ່ນໃນ ປີ 2018 ໃນ 10 ຂົງເຂດ ຄື ການສຶກສາ; ຄົ້ນຄວ້າວິທະຍາສາດ - ປະດິດຄິດສ້າງ; ການອອກແຮງງານທໍາການຜະລິດ; ການດໍາເນີນທຸລະກິດ - start up; ການຄຸ້ມຄອງບໍລິຫານລັດ; ການປ້ອງກັນຊາດ....

        ບົນພື້ນຖານການຕີລາຄາຂອງບັນດາສະມາຊິກ, ສະພາພິຈາລະນາຄັດເລືອກລາງວັນ ຊາວໜຸ່ມ ຫວຽດນາມ ດີເດັ່ນປີ 2018 ຈະປະຊຸມວາລະສຸດທ້າຍໃນເດືອນມີນາ 2019 ເພື່ອເລືອກເອົາ ຊາວໜຸ່ມ ຫວຽດນາມ ດີເດັ່ນປີ 2018 ຈໍານວນ 10 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ