ລາງວັນບຸ່ຍຊວນຟາຍ-ເພື່ອຄວາມຮັກຕໍ່ຮ່າໂນ້ຍປີ2016

ລາງວັນບຸ່ຍຊວນຟາຍ-ເພື່ອຄວາມຮັກຕໍ່ຮ່າໂນ້ຍປີ2016 - ảnh 1
ພ​ິ​ທີ​ມອບ​ລາງວັນ ບຸ່ຍ​ຊວນ​ຟາຍ
ພາບ:vov

(vovworld)-​​ ພິ​ທີ​ມອບ​ລາງວັນ ບຸ່ຍ​ຊວນ​ຟາຍ ເພື່ອ​ຄວາມ​ຮັກ​ຕໍ່​ຮ່າ​ໂນ້ຍ​ຄັ້ງ​ທີ 9 ປີ 2016 ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/9 ຢູ່ ສູນ​ຂ່າວ​ສານ​ແຫ່ງ​ຊາດ. ລາງວັນ ບຸ່ຍ​ຊວນ​ຟາຍ ເພື່ອ​ຄວາມ​ຮັກ​ຕໍ່​ຮ່າ​ໂນ້ຍ ແມ່ນ​ຂໍ້​ລິ​ເລີ່ມ​ຂອງ​ຫນັງ​ສື​ພິມ​ກິ​ລາ ແລະ ວັດ​ທະ​ນະ​ທຳ ສັງ​ກັດ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ແລະ ຄອບ​ຄົວ​ອະ​ດີດ​ຈິດ​ຕະ​ກອນ ບຸ່ຍ​ຊວນ​ຟາຍ ສ້າງ​ຂຶ້ນ​ໃນ​ປີ 2008 ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 85 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ຈິດ​ຕະ​ກອນ​ທີ່​ມີ​ຊື່​ສຽງ ບຸ່ນ​ຊວນ​ຟາຍ. ລາງວັນ​ດັ່ງ​ກ່າວ ເປັນ​ການ​ປະ​ກອບ​ສ່ວນ​ຊອກ​ຄົ້ນ, ຄົ້ນ​ພົບ ແລະ ເຊີດ​ຊູ​ບັນ​ດາ​ຈິດ​ຕະ​ກອນ, ຜະ​ລິດ​ຕະ​ພັນ, ວຽກ​ງານ, ແນວ​ຄວາມ​ຄິດ ມີ​ຄຸນ​ຄ່າ​ດ້ານ​ສິ​ລະ​ປະ​ ແລະ ວິ​ທະ​ຍາ​ສາດ​ສູງ, ຕິດ​ພັນ​ກັບ​ທຸກ​ຂົງ​ເຂດ​ໃນ​ຊີ​ວິດ​ສັງ​ຄົມ​ຢູ່​ຮ່າ​ໂນ້ຍ ແລະ ເຕັດ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ຮ່າ​ໂນ້ຍ. ປີນີ້ ລາງວັນ​ບຸ່ຍ​ຊວນ​ຟາຍ ໄດ້​ມອບ​ໃຫ້ ນັກ​ຖ່າຍ​ຮູບ ເລ​ເວື້ອງ, ຜູ້​ທີ່​ໄດ້​ສະ​ສົມ​ບັນ​ດາ​ຮູບ​ພາບ​ທີ່​ສວຍ​ງາມ ໃນ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຜ່ານ​ບັນ​ດາ​ພາບສິ​ລະ​ປະ​ທີ່​ມີ​ຄ່າກ່ຽວ​ກັບ​ຊີ​ວິດ​ສັງ​ຄົມ​ຢູ່ ຮ່າ​ໂນ້ຍ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ